ພະແນກຍຸຕິທໍາແຂວງ ປືກສາຫາລືກ່ຽວກັບ ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ

ໃນວັນທີ 20 ຕຸລາ 2021 ຢູ່ພະແນກຍຸຕິທໍາ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບ ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກຍຸຕິທໍາແຂວງ, ມີບັນດາທ່ານຕາງໜ້າຈາກໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ ແລະ ບັນດາພະແນກການທີ່ກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມ.

        ກອງປະຊຸມ ໄດ້ຮັບຟັງລາຍງານສະພາບກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ເຊິ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສີ່ງທ້າທາຍ.

          ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄໍາເຫັນແລກປ່ຽນບົດເຊິ່ງກັນ ແລະ ກັນ ເພື່ອຊອກຫາວີທີທາງເສີມຂະຫຍາຍດ້ານດີ ແກ້ໄຂຂໍ້ບົກພ່ອງ ເພື່ອນຳໄປແກ້ໄຂຄະດີທີ່ສານປະຊາຊົນແຂວງຕັດສິນ ແລ້ວນຳມາຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ ເຊີ່ງເຮັດໃຫ້ການຈັດຕັ້ງປະຕິບັດຄຳຕັດສິນຂອງສານຢູ່ພະແນກຍຸຕິທໍາແຂວງບໍລິຄຳໄຊໃຫ້ສຳເລັດຕາມເປົ້າໝາຍທີ່ຂັ້ນເທີງໄດ້ວາງໄວ້.

ຕອນທ້າຍ ທ່ານປະທານ ຍັງໄດ້ໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານໄດ້ສະແດງຄວາມເປັນເອກະພາບສູງ ຕໍ່ກັບວຽກງານປະຕິບັດຄຳຕັດສີນຂອງສານ ໂດຍສະເພາະ ແມ່ນຄະດີທີ່ສານປະຊາຊົນຕັດສິນສຳເລັດແລ້ວ ສົ່ງມາໃຫ້ທາງພະແນກຍຸຕິທໍາແຂວງເພື່ອຈັດຕັ້ງປະຕິບັດຄຳຕັດສິນຂອງສານໃຫ້ໄປຕາມຄວາມເປັນຈິງ, ເຊີ່ງມີຄະດີທີ່ມີການແກ້ໄຂສຳເລັດ ແລະ ຄະດີທີ່ພົບຄວາມຫຍຸ້ງຍາກ, ເພື່ອເຮັດໄດ້ຄືແນວນັ້ນ ທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງເພິ່ມທະວີການສຶກສາອົບຮົມການເມືອງ – ແນວຄິດໃຫ້ ຜູ້ຖືກປະຕິບັດຄຳຕັດສີນຂອງສານ ໃຫ້ມີຄວາມຕື່ນຕົວ ແລະ ເປັນເຈົ້າການຈັດຕັ້ງປະຕິບັດກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ, ເພີ່ມທະວີ ວິທີການຄົ້ນຄ້ວາ ແລະ ມາດຕະການ ໃນການພິຈາລະນາຄະດີ ໃຫ້ມີຄວາມເປັນເອກະພາບກັນແຕ່ຫົວທີ, ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ທາງດ້ານຄວາມຮູ້, ຄວາມສາມາດ, ຈັນຍາບັນ-ຈັນຍາທຳ ມອບໃຫ້ພະນັກງານຂະແໜງຈັດຕັ້ງປະຕິບັດຄຳຕັດສິນຂອງສານນຳໄປຄົ້ນຄ້ວາ ເອົາໃຈໃສ່ຕິດຕາມບັນຫາຄວາມຫຍຸ້ງຍາກ ໃນວຽກງານປະຕິບັດຄຳຕັດສິນຂອງສານຢ່າງຕໍ່ເນື່ອງ ແລະ ລາຍງານຂໍ້ຄຳເຫັນຊີ້ນຳ ເພື່ອແກ້ໄຂ ແລະ ກ້າວໄປຫາການປິດຄະດີ ຂອງສານໃຫ້ມີຜົນສຳເລັດຂື້ນເລື່ອຍໆ.

About admins16