ພະແນກຍຸຕິທໍາແຂວງບໍລິຄຳໄຊ ຈັດກອງປະຊຸມການຊຸກຍູ້, ຕິດຕາມ, ການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ

ໃນວັນທີ 9 ທັນວາ 2021 ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມ ສ່ອງແສງ ລາຍງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ໃນການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຂອງພະແນກຍຸຕິທໍາແຂວງ ໂດຍການເປັນປະທານ ຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີພະນັກງານພາຍໃນພະແນກ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມເທື່ອນີ້ ກໍເພື່ອຕິດຕາມ, ຊຸກຍູ້, ການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ພາຍໃນພະແນກຍຸຕິທໍາ ໂດຍທ່ານ ນາງ ວັນນາ ປະເສີດກຸນ ຫົວໝ້າພະແນກຍຸຕິທໍາແຂວງ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວໃນໄລຍະຜ່ານມາ ເຊີ່ງມີດ້ານດີ ແລະ ດ້ານອ່ອນ ທີ່ສະແດງໃຫ້ເຫັນຜົນງານແຕ່ລະໜ້າວຽກ ເປັນຕົ້ນ: ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ເດັດຂາດແລ້ວນຳມາປະຕິບັດຕາມລະບຽບກົດໝາຍ, ວຽກງານໂຄສະນາເຜີຍແຜ່ກົດໝາຍຕາມພະແນກການ, ຕາມບ້ານ, ສຳນັກງານ ແລະ ໂຄສະນາທາງສື່ອອນໄລ ແລະ ວຽກງານການສ້າງນິຕິກຳ ກໍຄືການຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງນິຕິກຳຕ່າງໆຂອງແຂວງເຫັນວ່າມີຜົນສຳເລັດເປັນສ່ວນຫຼາຍ.

ຈາກນັ້ນ ໄດ້ມີການປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ເພຶ່ອເຮັດໃຫ້ຂອດປະສານງານວຽກໃຫ້ມີຄວາມຄ່ອງຕົວ ແລະ ມີຄຸນນະພາບ, ຕອບສະໜອງໄດ້ ແນວທາງນະໂຍບາຍຂອງພັກ, ເຮັດໃຫ້ການເຄື່ອນໄຫວວຽກງານ, ມີປະສິດທິພາບ ແລະ ປະສິດທິຜົນ, ມີແບບແຜນວິທີເຮັດວຽກ ກົນໄກການປະສານງານວ່ອງໄວ ແລະ ກົມກຽວ.

ທ່ານ ເລື່ອນວິໄລ ຈັນທະລາພັນ ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ສາມາດປະຕິບັດໄດ້ໃນໄລຍະຜ່ານມາ ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ເພີ່ມທະວີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດຕາມພາລະບົດບາດດ ສິດ ແລະ ໜ້າທີ່ ໃຫ້ຕິດພັນກັບ 2 ວາລະແຫ່ງຊາດ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເພື່ອແນໃສ່ເຮັດໃຫ້ການປະຕິບັດໜ້າທີ່ ພາລະບົດບາດພາຍໃນພະແນກຍຸຕິທໍາແຂວງ ກໍ່ຄືວຽກງານວິຊາສະເພາະໃຫ້ພົ້ນເດັ່ນກວ່າເກົ່າ.

About admins16