ພະແນກຍຸຕິທໍາແຂວງບໍລິຄຳໄຊ ເຄື່ອນໄຫວໂຄສະນາກົດໝາຍ

ໃນວັນທີ 02 ມິຖຸນາ 2022 ພະແນກຍຸຕິທໍາແຂວງບໍລິຄຳໄຊ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍ ໃຫ້ປະຊາຊົນພາຍໃນບ້ານສິນໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຮ່ວມຂອງທ່ານ ບົວພັນ ຈັນທະວິລຸນ ຮອງຫົວໜ້າພະແນກຍຸຕິທໍາແຂວງ ແລະ ທ່ານ ສິນທະຫວິນ ດວງອຸດົມ ນາຍບ້ານສິນໄຊ, ມີອົງການຈັດຕັ້ງຂັ້ນບ້ານ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ໂດຍປະຕິບັດຕາມຄຳສັ່ງແນະນໍຳຂອງທ່ານເຈົ້າແຂວງ ສະບັບ ເລກທີ 22 /ຂບຊ, ລົງວັນທີ 21 ຕຸລາ 2021 ວ່າດ້ວຍການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຸ້ຍງຍາກທາງດ້ານເສດຖະກິດ – ການເງິນ ແລະ ສະກັດກັ້ນແກ້ໄຂບັນຫາຢາເສບຕິດ ຢູ່ແຂວງບໍລິຄຳໄຊ.

ຈຸດປະສົງການລົງເຜີຍແຜ່ເອກະສານໃນຄັ້ງນີ້ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ທີ່ມີຜົນສັກສິດ ແລະ ປະກາດໃຊ້ໃນແຕ່ໄລຍະ, ພ້ອມນີ້ ຍັງເຜີຍແຜ່ກົດໝາຍຄອບຄົວ ແລະ ປະມວນກົດໝາຍອາຍາ.

About admins16