ພະແນກຍຸຕິທຳ ແຂວງບໍລິຄຳໄຊ ເຊື່ອມຊືມເອກະສານທີ່ສຳຄັນຂອງພັກ

ໃນວັນທີ 9 ສິງຫາ 2021 ຢູ່ທີ່ຫ້ອງປະຊູມ ຂອງພະແນກຍຸຕິທຳ ແຂວງບໍລິຄຳໄຊ, ໜ່ວຍພັກພະແນກຍຸຕິທໍາແຂວງ ໄດ້ຈັດພິທີປະຖະກະຖາເຊື່ອມຊືມເອກະສານທີ່ສຳຄັນຂອງພັກ ແລະ ຂອງຊາດ ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດເຊື່ອມຊຶມຂອງສະຫາຍ ນາງ ວັນນາ ປະເສີດກຸນ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ, ມີຄະນະພັກ, ຄະນະພະແນກ, ພ້ອມດ້ວຍສະມະຊີກພັກພາຍໃນພະແນກຍຸຕິທໍາ ເຂົ້າຮ່ວມ.

ຈຸດປະສົງ ເພື່ອເຮັດໃຫ້ສະມະຊິກພັກພາຍໃນໜ່ວຍ ເຊື່ອມຊືມ , ຮັບຮູ້ ແລະ ເຂົ້າໃຈ,ກ່ຽວກັບຄໍາແນາະນໍາຂອງຄະນະກວດກາຂອງພັກ ຄະນະພັກ, ເອກະສານທີ່ມາເຊື່ອມຊືມປະກອບມີ: ຄຳແນະນຳຂອງຄະນະກວດກາສູນກາງພັກສະບັບເລກທີ 194/ຄກສພ, ລົງວັນທີ່ 08 ກໍລະກົດ 2021 ວ່າດ້ວຍ ການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ, ຄະນະກວດກາພັກ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນ.

ພ້ອມທັງເຜີຍແຜ່ມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ແລະ ເຜີຍແຜ່ກົດລະບຽບພັກສະໄໝທີ XI, ໄດ້ເຮັດໃຫ້ສະມາຊີກພັກພາຍໃນໜ່ວຍຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ, ກໍາແໜ້ນແນວທາງປ່ຽນແປງໃໝ່ຂອງພັກ – ລັດ ທີ່ວາງອອກແຕ່ລະໄລຍະ, ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ – ແນວຄິດ ແລະ ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບຂອງສັງຄົມ.

ຕອນທ້າຍ ສະຫາຍ ນາງ ວັນນາ ປະເສີດກຸນ ຍັງໄດ້ເນັ້ນໜັກຕໍ່ກັບສະມາຊີກພັກທຸກສະຫາຍໃຫ້ຕື່ນຕົວຫ້າວຫັນເປັນແບບຢ່ງໃຫ້ແກ່ມະຫາຊົນກ້າວໜ້າ ເປັນເຈົ້າການປະຕິບັດແນວທາງ, ນະໂຍບາຍຂອງພັກ, ມະຕິຄໍາສັ່ງ ກົດລະບຽບພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ ປະກອບສ່ວນເຂົ້າໃນການກໍ່ສ້າງ, ບູລະນະແນວທາງ, ແຜນນະໂຍບາຍຂອງພັກ ແລະ ເຮັດສຳເລັດໜ້າທີ່ ທີ່ພັກ – ລັດມອບໝາຍໃຫ້ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

 

About admin11