ພະແນກຍຸຕິທຳແຂວງບໍລິຄຳໄຊ ສະຫຼຸບວຽກງານປະຈຳປີ 2021

ໃນວັນທີ 12 ມັງກອນ 2022 ຢູ່ພະແນກຍຸຕິທຳ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວທີ່ພົ້ນເດັ່ນຂອງພະແນກຍຸຕິທໍາແຂວງ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ໂດຍການເປັນປະທານຂອງ ທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກຍຸຕິທໍາແຂວງ ບໍລິຄຳໄຊ, ມີຄະນະພະແນກ, ບັນດາຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ວັນນາ ປະເສີດກຸນ ໄດ້ຜ່ານບົດສະຫຼຸບວຽກງານປະຈຳປີ 2021 ແລະ ທິດທາງແຜນການປີ 2022 ວ່າ: ຄະນະພະແນກ ບັນດາຫົວໜ້າແຕ່ລະຂະແໜງ ພ້ອມດ້ວຍພະນັກງານທັງໝົດ ໄດ້ເອົາໃຈໃສ່ຊີ້ນໍາ – ນຳພາ ປະຕິບັດຕາມພາລະບົດບາດ, ສິດໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍ ເປັນຕົ້ນ ວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ໄດ້ປະຕິບັດສຳເລັດ 17 ເລື່ອງ ອາຍາ 13 ເລື່ອງ, ແພ່ງ 04 ເລື່ອງ.

ໄດ້ເຄື່ອນໄຫວໂຄສະນາກົດໝາຍທາງສື່ອອນໄລ ທັງໜົດ ໄດ້ 38 ຄັ້ງ, ທາງວິທະຍຸໄດ້ 130 ຄັ້ງ, ແຈກຍາຍປື້ມກົດໝາຍໄດ້ 267 ຫົວ, ໂຄສະນາກົດໝາຍທາງປາກເປົ່າ 112 ຄັ້ງ ມີຜູ້ເຂົ້່າຮ່ວມຮັບຟັງ 5.703 ຄົນ, ຍິງ 2.275 ຄົນ ແລະ ວຽກງານອື່ນໆ ລ້ວນແລ້ວແຕ່ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.

ນອກຈາກນີ້ ທ່ານຍັງໄດ້ເຜີຍແຜ່ເອກະສານ ຂໍ້ຕົກລົງ ສະບັບເລກທີ 1627/ກຍ, ລົງວັນທີ 24 ທັນວາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກຍຸຕິທໍາແຂວງ, ນະຄອນຫຼວງ ແລະ ເອກະສານບົດບັນທຶກກອງປະຊຸມຄະນະຜູ້ແທນຂັ້ນສູງ ລະຫວ່າງ ແຂວງ ບໍລິຄຳໄຊ ແລະ ແຂວງຮ່າຕິ້ງ ສສ ຫວຽດນາມ.

ຕອນທ້າຍ ທ່ານປະທານ ຍັງໄດ້ເນັ້ນໜັກໃຫ້ຫົວໜ້າຂະແໜງພ້ອມດ້ວຍພະນັກງານວິຊາການທັງໝົດ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ ໃຫ້ມີຄວາມຫ້າວຫັນ, ບຸກບືນ, ສູ້ຊົນ ໃນການປະຕິບັດໜ້າທີ່ວຽກງານ ຕາມການມອບໜາຍຂອງຄະນະພະແນກ ກໍຄືຫົວໜ້າຂະແໜງ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ວຽກງານໄດ້ຮັບການຈັດຕັ້ງປະຕິບັດ, ບັນດາວຽກງານທີ່ຄົງຄ້າງຕ້ອງສູ້ຊົນປະຕິບັດໃຫ້ສຳເລັດຕາມແຜນການທີ່ວາງໄວ້.

About admins16