ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊື່ອມຊຶມເອກະສານຕ້ານການສໍ້ລາດບັງຫຼວງ

ພິທີເຜີຍແຜ່ເຊື່ອມຊຶມເອກະສານ ວຽກງານກວດກາ, ສະກັດກັ້ນ – ຕ້ານການສໍ້ລາດບັງຫຼວງ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ( ຊສ ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ມັງກອນ 2023 ຢູ່ຫ້ອງປະຊຸມຂອງຕົນ ເປັນກຽດເຂົ້າຮ່ວມຂອງທ່ານ ພູມີພົນ ສຸວັນນະລາດ ຮອງຫົວໜ້າພະແນກ ຊສ ແລະ ທ່ານ ຄຳຕັນ ສີສົມຈິດ ຮອງປະທານກວດກາລັດແຂວງ, ມີຄະນະແນກ ແລະ ພະນັກງານ ເຂົ້າຮ່ວມ.

ທ່ານ ພູມີພົນ ສຸວັນນະລາດ ໄດ້ຍົກໃຫ້ເຫັນເນື້ອໃນຈິດໃຈມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການແກ້ໄຂພະຍາດອາດຍາສິດ ສະກັດກັ້ນ – ຕ້ານການສໍ້ລາດບັງຫຼວງ ສະບັບເລກທີ 022/ຄບພ, ລົງວັນທີ 13 ມັງກອນ 2017 ວ່າ: ການສໍ້ລາດບັງຫຼວງໃນປັດຈຸບັນ ແມ່ນສະແດງອອກຫຼາຍຮູບແບບ, ຫຼາຍລະດັບ, ອັນພົ້ນເດັ່ນແມ່ນການສວຍໃຊ້ອຳນາດໜ້າທີ່ ເພື່ອກົດໜ່ວງຖ່ວງດຶງ ຕໍ່ລອງຜົນປະໂຫຍດຈາກຜູ້ໃຊ້ບໍລິການຂອງການຈັດຕັ້ງພັກ, ລັດ.

ນອກນັ້ນ ຍັງຈົງໃຈລະເມີດລະບຽບກົດໝາຍ ເພື່ອຫາຜົນປະໂຫຍດໃຫ້ຕົນເອງ, ຍ້ອນແນວນັ້ນ ການສະກັດກັ້ນ ຕ້ານການສໍ້ລາດບັງຫຼວງ ແມ່ນຄວາມຈຳເປັນພາວະວິໄສ ເປັນໜ້າທີ່ ແລະ ເປັນຄວາມຮັບຜິດຊອບໂດຍກົງຂອງພັກ-ລັດ ທຸກພາກສ່ວນ ຕ້ອງເປັນເຈົ້າການຈັດຕັ້ງນຳພາແກ້ໄຂຢ່າງຕັ້ງໜ້າ, ເອົາໃຈໃສ່ໃນການສຶກສາອົບຮົມທັດສະນະແນວຄິດ, ຄວາມຮັບຮູ້-ເຂົ້າໃຈຕໍ່ຜົນຮ້າຍ, ຄວາມອັນຕະລາຍ ຂອງແນວຄິດເອກະຊົນ, ປະກົດການອາດຍາສິດ ແລະ ການສໍ້ລາດບັງຫຼວງ.

ເອົາໃຈໃສ່ຄົ້ນຄວ້າປັບປຸງກົນໄກ, ລະບອບ, ລະບຽບການຕ່າງໆ ທີ່ມີແລ້ວໃຫ້ຈະແຈ້ງ, ຮັດກຸມ ກວ່າເກົ່າ, ຄົ້ນຄວ້າວາງລະບອບ ລະບຽບການໃໝ່ທີ່ຈຳເປັນ ເປັນຕົ້ນແມ່ນ ລະບອບແບບແຜນວິທີເຮັດວຽກ, ການພົວພັນລະຫວ່າງພັກກັບມະຫາຊົນ, ພົວພັນລະຫວ່າງຄະນະພັກ ກັບບັນດາອົງການອຳນາດລັດແຕ່ລະຂັ້ນ, ປະຕິບັດລະບອບການດຳເນີນຊີວິດການເມືອງປະຈຳເດືອນ, ປະຈຳປີຂອງຄະນະພັກ ແລະ ພະນັກງານການນຳແຕ່ລະຂັ້ນໃຫ້ເຂັ້ມງວດເປັນປົກກະຕິ, ປັບປຸງລະບຽບການຄຸ້ມຄອງນຳໃຊ້ທີ່ດິນ, ການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ, ປັບປຸງ ແລະ ເຂັ້ມງວດ ໃນການປະຕິບັດລະບຽບການປະມູນ.

ສຳລັບການແກ້ໄຂຜູ້ທີ່ມີພຶດຕິກາໍອາດຍາດສິດ ສໍ້ລາດບັງຫຼວງ ເມື່ອກວດກາພົບເຫັນ ພະນັກງານ, ສະມາຊິກພັກ ມີພຶດຕິກຳນີ້ ຈະແມ່ນຢູ່ໃນຖານະຕຳແໜ່ງໃດ ກໍ່ຕ້ອງໄດ້ຮັບການແກ້ໄຂຢ່າງເຂັ້ມງວດ, ເດັດຂາດ, ທັນການ ແລະ ສັກສິດ ຕາມກົດລະບຽບຂອງພັກ, ກົດໝາຍຂອງລັດ ໂດຍນຳໃຊ້ມາດຕະການຕ່າງໆ ຕາມຄວາມເໝາະສົມ.

ພ້ອມນີ້ ຍັງໄດ້ເຜີຍແຜ່ບົດແນະນຳຂອງອົງການກວດກາລັດຖະບານ ກ່ຽວກັບການດຳນເນີນຄະດີການສໍ້ລາດບັງຫຼວງ ສະບັບເລກທີ 27/ອກລ, ລົງວັນທີ 30 ມັງກອນ 2018 ແລະ ເຜີຍແຜ່ເອກະສານຄູ່ມືຕ້ານການສໍ້ລາດບັງຫຼວງ.

About admins16