ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI

ໃນຕອນເຊົ້າຂອງວັນທີ 28 ຕຸລາ 2022 ຢູ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ( ຊສ ) ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາທີ່ສໍາຄັນຂອງພັກ, ລັດຖະບານ ແລະ ຂອງແຂວງ ຂຶ້ນ ໃຫ້ກຽດເຜີຍແຜ່ໂດຍທ່ານ ອຸທອນ ສິງຫາດວງປັນຍາ ຮອງຫົວໜ້າພະແນກ ຊສ ແຂວງ, ມີຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ແລະ ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 8 ສະໄໝທີ VII ທີ່ໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນໍາບັນຫາສຳຄັນ ເປັນຕົ້ນແມ່ນຕີລາຄາຜົນສໍາເລັດການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ສະໄໝທີ VII, ວຽກງານຮອບດ້ານຂອງແຂວງ ໃນໄລຍະ 6 ເດືອນຕົ້ນປີ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ຮັບຮອງເອົາທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2022 ທີ່ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດ ໂດຍສະເພາະແມ່ນວຽກງານແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການພັດທະນາວັດທະນະທຳ-ສັງຄົມ ແລະ

ຮັບຟັງການເຜີຍແຜ່ ເອກະສານນໍາພາແນວຄິດ ກ່ຽວກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ພາຍໃຕ້ຄໍາຂວັນ “ພົນລະເມືອງລາວທຸກຄົນເປັນເຈົ້າຂອງປະເທດຊາດ, ຍາມປະເທດຊາດພົບຄວາມຫຍຸ້ງຍາກຂັດສົນ, ທຸກຄົນຕ້ອງຊ່ວຍຊາດ ເພື່ອພ້ອມກັນຂ້າມວິກິດການໄປໃຫ້ໄດ້”ໄດຍົກໃຫ້ເຫັນເຖິງສະພາບພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ຜັນແປຢ່າງສັບສົນຈາກຫຼາຍສາເຫດ ທີ່ສົ່ງຜົນກະທົບຕໍ່ລາຄາສິນຄ້າໃນຕະຫຼາດໂລກ, ຕ່ອງໂສ້ການຜະລິດ ແລະ ການລົງທຶນ, ພ້ອມນັ້ນຍັງຍົກໃຫ້ເຫັນສະພາບພາຍໃນ ໂດຍສະເພາະແມ່ນບັນຫາລະບົບການເງິນແຫ່ງຊາດໃນປັດຈຸບັນ, ສະພາບການຄຸ້ມຄອງການນໍາເຂົ້ານ້ໍາມັນເຊື້ອໄຟ ແລະ ລາຄາສິນຄ້າໃນທ້ອງຕະຫຼາດທີ່ມີທ່າອ່ຽງສູງ ແລະ ມາດຕະການ, ວິທີແກ້ໄຂຂອງແຕ່ລະບັນຫາ ທີ່ຕ້ອງໄດ້ເລັ່ງສຸມໃສ່ຈັດຕັ້ງປະຕິບັດໃຫ້ໄດ້ປະສິດທິຜົນສູງສຸດ. ນອກນັ້ນຍັງໄດ້ຮັບຟັງການເຜີຍແຜ່ດໍາລັດ ສະບັບເລກທີ 205/ລບ, ລົງວັນທີ 22 ກໍລະກົດ 2022 ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ.

About admins16