ພະລານຫີນໃຫ່ຍ ນະທີໄສ ປ່າໄມ້ຂຽວ ເຊີນມາທ່ຽວ “ນໍ້າຕົກຕາດມັງກອນ”

ຖ້າເວົ້າເຖິງເມືອງທ່າພະບາດ ແຂວງບໍລິຄຳໄຊ ແລ້ວບັນດາທ່ານກໍ່ຄົງຈະຮູ້ຈັກກັນດີເພາະວ່າເມືອງດັ່ງກ່າວນີ້ ມີເຊື່ອສຽງທາງດ້ານແຫຼ່ງທ່ອງທຽວທາງດ້ານທຳມະຊາດ ແລະ ວັດທະນະທຳຫຼາຍແຫ່ງ ທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດນິຍົມກັນມາທ່ຽວຊົມ ເປັນຕົ້ນແມ່ນການມາໄຫ້ວຮອຍພະບາດໃຫ່ຍ ວັດພະບາດ ທີ່ໄດ້ຂື້ນທະບຽນເປັນມໍລະດົກທາງດ້ານວັດທະນະທຳແຫ່ງທຳອິດຂອງແຂວງ, ເຂົ້າທ່ຽວຊົມວັດໂພນສັນ ຕຳນານແຫ່ງກຳເນີດແສງໃຕ້ນ້ຳບັງໄຟພະຍານາກ ທີ່ປະຊາຊົນລາວຊາວພຸດຮູ້ຈັກກັນດີ ນອກນັ້ນຍັງມີ ຕາດເລິກ, ຕາດຊາຍ, ຕາດຍອງ… ແຫຼ່ງທ່ອງທ່ຽວທີ່ສວຍງາມທາງທຳມະຊາດປາສະຫງວນພູເຂົາຄວາຍ ທີ່ຍັງຄົງມີຄວາມອຸດົມສົມບູນຂອງປ່າໄມ ແລະ ຊີວະນາໆພັນ.

     ນໍ້າຕົກຕາດ ມັງກອນ ກໍ່ເປັນແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດອີກແຫ່ງໜຶ່ງ ທີ່ກຳລັງມີຊື່ສຽງຂອງເມືອງທ່າພະບາດ ທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງແຂວງໄດ້ເປັນຢ່າງດີ ນ້ຳຕົກຕາດແຫ່ງນີ້ຕັ້ງຢູ່ເຂດບ້ານທ່າບົກ ເຊີ່ງຕັ້ງຫ່າງຈາກເທດສະບານເມືອງ ປະມານ 20 ກິໂລແມັດ ຕາມເສັ້ນທາງເລກທີ 13 ໃຕ້ ແລ້ວລ້ຽວຊ້າຍ ( ຖ້າມາແຕ່ເທດສະບານເມືອງ ) ເຂົ້າຕາມທາງແດງອີກປະມານ 4 ກິໂລແມັດກ່ວາ ກໍ່ຈະເຖີງນໍ້າຕົກຕາດມັງກອນ. ແຫຼ່ງທ່ອງທ່ຽວແຫ່ງນີ້ມີຄວາມໂດດເດັ່ນສະເພາະຄື ເປັນນຳ້ຕົກຕາດທີ່ບໍ່ສູງ ແລະ ບໍ່ຊັນປານໄດ ທອດຍາວໄປຕາມລຳນ້ຳ ມີສາຍນໍ້າໃສສີມໍລະກົດໄຫຼຢູ່ເທິງພະລານຫີນທີ່ມີລັກສະນະແຕກຕ່າງກັນ ເພາະຜ່ານການໄຫຼເສາະຂອງສາຍນ້ຳແຫ່ງນີ້ເປັນເວລາດົນນານມາແລ້ວ ແລະ ຍັງຖືກອ້ອມຮ້ອບດ້ວຍຕົ້ນໄມ້ໃຫ່ຍຂຽວອຸ່ມທຸ່ມຢູ່ສອງຝາກຝັງ ທີ່ມີຄວາມສວຍງາມ, ອຸດົມສົມບູນຂອງຜືນປ່າ ແລະ ພືດພັນນາໆຊະນິດ.

    “ນໍ້າຕົກຕາດ ມັງກອນ ເໝາະກັບການທ່ອງທ່ຽວແບບຄອບຄົວ ຫຼື ເປັນໝູ່ຄະນະ ເພື່ອມາກິນເຂົ້າປ່າ, ຢ່າງທ່ຽວຊົມທຳມະຊາດ ເກັບຮູບພາບງາມໆ ແລ້ວລົງຫຼີ້ນນໍ້າທີ່ໃສສະອາດ ແລະ ເຢັນສະບາຍ ຮັບປະກັນຄວາມປອດໄພ ເພາະວ່າສາຍນໍ້າໄຫຼບໍ່ແຮງ ແລະ ບໍ່ເລີກປານໃດ ສາມາດລົງຫຼີ້ນນ້ຳໄດ້ທຸກບ່ອນ, ທຸກເພດທຸກໄວ ບໍ່ວ່າເດັກນ້ອຍ ຫຼື ຜູ້ໃຫຍ່. ນອກຈາກທຳມະຊາດທີ່ສວຍງາມແລ້ວແຫຼ່ງທ່ອງທ່ຽວແຫ່ງນີ້ ຍັງມີຮ້ານອາຫານ, ອຸປະກອນຫຼີນນ້ຳ, ຫ້ອງນໍ້າສະອາດ, ສະຖານທີ່ຈອດລົດ ແລະ ສີ່ງອຳນວຍຄວາມສະດວກອື່ນໆ ໄວ້ຄອຍບໍລິການທຸກທ່ານທີ່ເຂົ້າມາທ່ຽວຊົມ. ໃນວັນຍຸດພັກຜ່ອນ ຫຼື ງານເທດສະການຕ່າງໆ ຖ້າທ່ານຍັງບໍ່ມີແຜນການໄປທ່ຽວໃສ ຢ່າລືມລອງໄປທ່ຽວຊົມ ນໍ້າຕົກຕາດ ມັງກອນ ຮັບຮອງເລີຍວ່າທ່ານຈະບໍ່ຜິດຫວັງ ແລະ ຢາກກັບມາຢ້ຽມຊົມສະຖານທີ່ແຫ່ງນີ້ອີກຢ່າງແນ່ນອນ.

About admin12