ພະນັກງານຂົງເຂດປົກຄອງ ເມືອງວຽງທອງ ຮ່ວມໃຈບໍລິຈາກເລືອດດ້ວຍຄວາມສະໝັກໃຈ

 

      ໃນຕອນເຊົ້າວັນທີ່ 16 ພະຈິກ 2021 ຢູ່ທີ່ຫ້ອງວ່າການເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ທີມງານອົງການກາແດງ ແຂວງບໍລິຄໍາໄຊ ສົມທົບກັບຫ້ອງການ ຮສສ ເມືອງວຽງທອງ ເປີດຮັບບໍລິຈາກເລືອດແບບຄວາມສະໝັກໃຈ ໂດຍບໍ່ຮຽກຮ້ອງເອົາຄ່າຕອບແທນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບົວພັນ ອີນຄຳມະວົງ ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ພ້ອມດ້ວຍພະນັກງານລັດ-ຖະກອນເຂົ້າຮ່ວມ.

ການບໍລິຈາກເລືອດໃນຄັ້ງນີ້ ມີພະນັກງານລັດຖະກອນ ຢູ່ຂົງເຂດປົກຄອງເມືອງສະໝັກໃຈບໍລິຈາກເລືອດຈຳນວນ 14 ຄົນ ຍີງ 9 ຄົນ ໄດ້ເລືອດທັງໝົດ14 ຖົງ.

ເພື່ອຍ້ອງຍໍສັນລະເສີນ ຜູ້ທີ່ໄດ້ສະໝັກໃຈບໍລິຈາກເລືອດ ອົງການກາແດງແຂວງບໍລິຄໍາໄຊ ຈື່ງໄດ້ຕົກລົງມອບໃບຍ້ອງຍໍໃຫ້ ໂດຍເປັນກຽດຜັດປ່ຽນກັບມອບຂອງທ່ານ ບົວພັນ ອີນຄຳມະວົງ ຮອງເຈົ້າເມືອງວຽງທອງ ແລະ ທ່ານ ສີສຸພັນ ວົງວິໄລ ຮອງອົງການກາແດງແຂວງບໍລິຄຳໄຊ.

 

About admin11