ຝືກອົບຮົມວຽກການຕິດຕາມ ແລະ ການປະເມີນຜົນໂຄງການລົງທຶນຂອງລັດທົ່ວແຂວງ

     ໃນວັນທີ 25 ມັງກອນ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດພິທີເປີດຝືກອົບຮົມການຕິດຕາມ ແລະ ການປະເມີນຜົນໃຫ້ແກ່ພະນັກງານພະແນກແຜນການ ແລະ ການລົງທຶນແຂວງ, ພະນັກງານວິຊາການຫ້ອງການແຜນການ ແລະ ການລົງທຶນເມືອງ ໂດຍເປັນກຽດເຂົ້າຮ່ວມເປີດພິທີ ຂອງ ທ່ານ ອາລຸນສັກ ປະທໍາມະວົງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ມີ ຄູຝຶກຈາກສູນກາງ ແລະ ແຂວງ, ພ້ອມດ້ວຍນັກສຳມະນາກອນ ທີ່ມາຈາກພະແນກແຜນການທີ່ກ່ຽວຂ້ອງ, ພະນັກງານຫ້ອງການແຜນການ 7 ຕົວເມືອງ ພາຍໃນແຂວງ ພ້ອມດ້ວຍຫ້ອງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ກອງປະຊຸມ ໄດ້ຮັບຟັງບົດແນະນໍາການປະຕິບັດກົດໝາຍ, ບົດແນະນຳການປະຕິບັດແຜນນໍາສະເໜີຄວາມຮູ້ພື້ນຖານກ່ຽວກັບການຕິດຕາມ ແລະ ປະເມີນຜົນ, ການຄຸ້ມຄອງໂຄງການລົງທຶນຂອງລັດທີ່ຕິດພັນກັບວຽກປະເມີນ, ນໍາສະເໜີຂະບວນການ, ຂັ້ນຕອນ ແລະ ວິທີການດຳເນີນການຕິດຕາມປະເມີນໂຄງການລົງທຶນຂອງລັດ, ຝືກຕື່ມຂໍ້ມູນໃສ່ຟອມການລົງທຶນຂອງລັດ, ນໍຳສະເໜີຂະບວນການ, ຂັ້ນຕອນ ແລະ ວິທີການດໍາເນີນຕິດຕາມປະເມີນວຽກງານລາວ 030  ຂອງແຂວງ ເພື່ອໃຫ້ນັກສໍາມະນາກອນໄດ້ມີຄວາມຮູ້, ຄວາມເຂົ້າໃຈໃນການຕິດຕາມ ແລະ ການປະເມີນບັນດາໂຄງການລົງທືນຂອງລັດ ໃຫ້ມີຄວາມສອດຄ່ອງເໜາະສົມຕາມຂັ້ນຕອນ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍໃນຕໍ່ໜ້າ.

 

 

About admin11