ຝືກອົບຮົມ ເທັກນິກຫລັກການນໍາໃຊ້ຢາປາບສັດຕູພືດໃຫ້ຊາວກະສິກອນ 2 ບ້ານ ເມືອງວຽງທອງ


ໃນວັນທີ 9 ຕຸລາ 2020 ທີ່ຫ້ອງການບ້ານ ຈອມທອງ ແລະ ບ້ານ ນາຊວງ ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລົງມາຝຶກອົບຮົມກ່ຽວກັບການນ້ຳໃຊ້ຢາປາບສັດຕູພຶດ ທີ່ຖືກວິທີ ໃຫ້ແກ່ຊາວກະສິກອນ ແລະ ຜູ້ປະກອບການ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳແສນ ອີນພົມທິຈັກ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ມີຄະນະທີມງານຄູຝຶກຂອງແຂວງ, ໜ່ວຍງານປູກຝັງເມືອງ, ພໍ່, ແມ່, ປະຊາຊົນ,ຊ າວກະສິກອນ ແລະ ຜູ້ປະກອບການ ເຂົ້າຮ່ວມ.


ຜູ້ເຂົ້າຝຶກ ໄດ້ຮັບຮູ້ ເຂົ້າໃຈກ່ຽວກັບການນຳໃຊ້ຢາປາບສັດຕູພືດ ໃນປະລິມານທີ່ພໍດີ ບໍ່ມີຜົນກະທົບຫລາຍຕໍ່ສິ່ງແວດລ້ອມ, ໃນນີ້ ຄະນະຄູຝຶກ ໄດ້ເຜີຍແຜ່ເອກະສານຄວາມຮູ້ພື້ນຖານກ່ຽວກັບຢາປາບສັດຕູພືດ, ຜົນກະທົບ, ວິທີການນໍາໃຊ້, ການບໍາລຸງຮັກສາເຄື່ອງມືອຸປະກອນ, ການເຄື່ອນຍ້າຍ, ການເກັບຮັກສາ, ການທໍາລາຍ, ການປະຖົມພະຍາບານເບື້ອງຕົ້ນ ກໍລະນີມີເຫດສຸກເສີນ ແລະ ຂັ້ນຕອນຂອງການເຮັດເອກະສານ, ໃບອະນຸຍາດດໍາເນີນກິດຈະການຂອງຜູ້ປະກອບການທາງດ້ານບໍລິການຂາຍຢາປາບສັດຕູພືດ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍ, ວິທີແກ້ໄຂ, ວິທີການນໍາໃຊ້ທີ່ຖືກຕ້ອງ ແລະເຮັດໃຫ້ການນໍາໃຊ້, ການດໍາເນີນກິດຈະການ ມີຄວາມຖືກຕ້ອງຕາມລະບຽບກົດໝາຍໃນສັງຄົມ.

About admin11