ຝຶກອົບຮົມ ແລະ ປຶກສາຫາລື ກ່ຽວກັບຄູ່ມືການວາງແຜນພັດທະນາບ້ານ

ຕອນເຊົ້າຂອງວັນທີ 11 ສິງຫາ 2021 ທີ່ສະໂມສອນຫ້ອງວ່າການ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ເປີດຊຸດຝຶກອົບຮົມ ແລະ ປຶກສາຫາລື ກ່ຽວກັບຄູ່ມືການວາງແຜນພັດທະນາບ້ານ ໄລຍະສັ້ນຂື້ນ ໃນລະຫວ່າງ ວັນທີ 11-12 ສິງຫາ 2021 ໂດຍການເປັນປະທານຂອງທ່ານ ຄຳໄຊ ຕຸນາລົມ ຮອງເຈົ້າເມືອງໄຊຈຳພອນ ປະທານຊີ້ນຳວຽກງານ ແຜນງານລາວ/030 ປະຈຳເມືອງ,  ມີທີມງານຄູຝຶກຈາກພະແນກແຜນການ ແລະ ການລົງທຶນ ແຂວງບໍລິຄຳໄຊ, ຂະແໜງການທີ່ກ່ຽວຂ້ອງຂອງເມືອງ ພ້ອມດ້ວຍ 16 ເປົ້າໝາຍ ພາຍໃນເມືອງ ເຂົ້າຮ່ວມ.

ຈຸດປະສົງ ຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເພີ່ມທັກສະ, ຄວາມຮູ້, ຄວາມເຂົ້າໃຈກ່ຽວກັບຄູ່ມືການວາງແຜນແບບມີສ່ວນຮ່ວມຂັ້ນບ້ານ ເປັນຕົ້ນແມ່ນບັນດາຫຼັກການ, ນິຍາມ, ຂະບວນການ, ຂັ້ນຕອນ ແລະ ວິທີການດຳເນີນການສ້າງແຜນ ແບບບ້ານມີສ່ວນຮ່ວມ.

ພ້ອມນັ້ນ ກໍ່ໄດ້ເຜີຍແຜ່ເອກະສານ ຄວາມຮູ້ພື້ນຖານກ່ຽວກັບການວາງແຜນແບບມີສ່ວນຮ່ວມຂັ້ນບ້ານ, ນຳສະເໜີຂະບວນການສ້າງແຜນພັດທະນາບ້ານ ແລະ ປຶກສາຫາລືຮ່ວມກັນກ່ຽວກັບແຜນພັດທະນາບ້ານ ຂອງແຕ່ລະບ້ານ ເພື່ອສ້າງຄວາມເຂົ້າໃຈຕໍ່ບັນດາອົງປະກອບຕ່າງໆ ໃຫ້ສາມາດນຳໃຊ້ແຜນດັ່ງກ່າວ ເຂົ້າໃນການພັດທະນາບ້ານໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນສູງ.

About admin11