ຝຶກອົບຮົມ ຄູຝຶກສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ເຂດບ້ານບົວແວງຄໍາ

ໃນຕອນເຊົ້າຂອງວັນທີ 16 ທັນວາ 2021 ຢູ່ສູນການຮຽນຮູ້ຊຸມຊົນບົວແວງຄໍາ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມ ຝຶກອົບຮົມທາງດ້ານຄູຝຶກສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ເຂດບ້ານບົວແວງຄໍາ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ, ທ່ານ ນາງ ເບຄໍາ ສະເຫຼີມສຸກ ຜູ້ບໍລິຫານໂຄງການ DVV ການຮ່ວມມືລາວເຢຍລະມັນ, ມີ ທ່ານເລຂາພັກບ້ານບົວແວງຄໍາ, ຄູຝຶກທີ່ມາຈາກກົມການສຶກສານອກໂຮງຮຽນ, ຈາກສູນພັດທະນາການສຶກສານອກໂຮງຮຽນ (ພາກກາງ), ສູນແຂວງ, ເມືອງ ແລະ ກຸ່ມເປົ້າໝາຍ ເຂົ້ນຮ່ວມ.

ໃນກອງປະຊຸມຄັ້ງນີ້ ທ່ານ ນາງ ເບຄໍາ ສະເຫຼີມສຸກ ຜູ້ບໍລິຫານໂຄງການ DVV ການຮ່ວມມືລາວເຢຍລະມັນ ໄດ້ລາຍງານຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ຕໍ່ກອງປະຊຸມວ່າ: ເພື່ອໃຫ້ຄູຝຶກຈາກກົມການສຶກສານອກໂຮງຮຽນ ແລະ ຄູຝຶກຈາກສູນພັດທະນາການສຶກສານອກໂຮງຮຽນ ໄດ້ຝຶກປະຕິບັດຕົວຈິງ, ເພື່ອຕິດຕາມຊຸກຍູ້ຄູຝຶກ ໃນການໃຫ້ຄໍາແນະນໍາໃນການສ້າງແຜນ ແລະ ການລົງຕົວຈິງໃນຊຸມຊົນ, ພ້ອມກັນນັ້ນ ຍັງເປັນການສ້າງທີມຄູຝຶກຫຼັກທີ່ສາມາດໄປຝຶກໃຫ້ພະນັກງານໃນຂົງເຂດການສຶກສານອກໂຮງຮຽນໃນທົ່ວປະເທດ.

ທ່ານ ນາງ ເບຄໍາ ສະເຫຼີມສຸກ ຍັງໃຫ້ຮູ້ຕື່ມອີກວ່າ ພາຍຫຼັງທີ່ຈົບຈາກການຝຶກອົບຮົມໃນຄັ້ງນີ້ ກຸ່ມເປົ້າໝາຍຈະໄດ້ຮັບຮູ້ທິດສະດີການຮຽນ-ການສອນຜູ້ໃຫຍ່ ພ້ອມເຕັກນິກການສອນໃນແບບຕ່າງໆ, ຜູ້ເຂົ້າຮ່ວມສາມາດປະຕິບັດຕົວຈິງໄດ້ ແລະ ໄດ້ຮຽນຮູ້ເຄື່ອງມືການນໍາໃຊ້ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ.

ກອງປະຊຸມຈະດໍາເນີນໄປເປັນເວລາ 3 ວັນ ຈຶ່ງຈະສຳເລັດ.

About admins16