ຝຶກອົບຮົມ ການເມືອງ – ແນວຄິດໃຫ້ແກ່ເຈົ້າກົກ-ເຈົ້າເຫຼົ່າ, ຫົວໜ້າຊີງຊາວ ຂອງເມືອງຄຳເກີດ

ໃນວັນທີ 17 ມີນາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດຊຸດອົບຮົມການເມືອງ-ແນວຄິດໃຫ້ແກ່ເຈົ້າກົກ-ເຈົ້າເຫຼົ່າ, ຫົວໜ້າຊີງຊາວຂຶ້ນ. ພາຍໃຕ້ການເປັນປະທານຂອງທ່ານ ເພັດສະໃໝ ໄຊຍະທິຈັກ ເລຂາພັກເມືອງ-ເຈົ້າເມືອງຄຳເກີດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ, ມີບັນດາຄະນະຫ້ອງການ, ນັກສຳມະນາກອນ ເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ ມີຄື: ເອກະສານ ເສີມຂະຫຍາຍມູນເຊື້ອອັນດີງາມຂອງປະຊາຊົນລາວບັນດາເຜົ່າຢູ່ປະເທດເຮົາໃນໄລຍະໃໝ່, ເອກະສານ ບົດບາດ ແລະ ໜ້າທີ່ຂອງເຈົ້າກົກ-ເຈົ້າເຫຼົ່າ, ຫົວໜ້າຊີງຊາວ ແລະ ເອກະສານ ເພີ່ມຄວາມສາມັກຄີ ແລະ ຄວາມສະເໝີພາບຂອງປວງຊົນລາວບັນດາເຜົ່າ.

ຈຸດປະສົງ ໃນການຈັດຝຶກອົບຮົມຄັ້ງນີ້ແມ່ນ ເພື່ອໃຫ້ບັນດາເຈົ້າກົກ-ເຈົ້າເຫຼົ່າ, ຫົວໜ້າຊີງຊາວ ນຳເອົາບົດຮຽນປະສົບການຕົວຈີງຄັ້ງນີ້ ໄປປັບປຸງ, ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃຫ້ດີກ່ວາເກົ່າ ຢູ່ແຕ່ລະບ້ານ ແລະ ເຜົ່າຂອງຕົນ.

ຫຼັງຈາກນັ້ນ ທ່ານ ວົງສີ ທອງສີອິນທິປັນຍາ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ບັນດາເຈົ້າກົກ-ເຈົ້າເຫຼົ່າ, ຫົວໜ້າຊີງ ໃຫ້ກຳແໜ້ນໄດ້ພາລະບົດບາດ, ສິດໜ້າທີ່ຂອງເຈົ້າກົກ-ເຈົ້າເຫຼົ່າ, ຫົວໜ້າຊີງຊາວ, ເອົາໃຈໃສ່ປົກປັກຮັກສາຄອບຄົວໃຫ້ມີຄວາມສະຫງົບ, ມີຄວາມສາມັກຄີປອງດອງກັນ, ຊີ້ນຳ-ນຳພາລູກຫຼານສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ, ເອົາໃຈໃສ່ໃນການສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ຊາວໜຸ່ມໄວໜຸ່ມ ໃຫ້ມີສະຕິຕໍ່ການຕົວະຍົວະຫຼອກລວງຂອງກຸ່ມຄົນທີ່ບໍ່ຫວັງດີ ທີ່ຫວັງມາມ້າງເພທຳລາຍຄວາມສະຫງົບຂອງຄອບຄົວ ແລະ ບ້ານ.

About admin11