ຝຶກອົບຮົມວຽກງານເກັບກໍາສະຖິຕິຂຶ້ນທະບຽນເລກທີປ້າຍເຮືອນໃຫ້ 7 ຕົວເມືອງ ແຂວງບໍລິຄໍາໄຊ

  

ໃນລະຫວ່າງວັນທີ 8-9 ທັນວາ 2020 ກອງບັນຊາການ ປກສ ແຂວງບໍລິຄໍາໄຊໄດ້ຈັດກອງປະຊຸມຝຶກອົບຮົມວຽກງານເກັບກໍາສະຖິຕິຂຶ້ນທະບຽນເລກທີປ້າຍເຮືອນໃຫ້ 7 ຕົວເມືອງ ທົ່ວແຂວງ ບໍລິຄໍາໄຊ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ.

ໂດຍອີງຕາມ ຂໍ້ຕົກລົງ ຂອງກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ສະບັບເລກທີ 9437/ປກສຂ, ລົງວັນທີ 25 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຈົດທະບຽນເລກທີປ້າຍເຮືອນທົ່ວແຂວງບໍລິຄໍາໄຊ ໂດຍມອບໃຫ້ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ກອງບັນຊາການ ປກສ ເມືອງ 07 ຕົວເມືອງ ຊີ້ນໍາພະແນກວິຊາສະເພາະທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດການຈົດທະບຽນເລກທີປ້າຍເຮືອນໃຫ້ມີຄວາມເປັນເອກະພາບກັນໃນທົ່ວແຂວງ ຕາມແບບຟອມ ຫຼື ຂະໜາດຂອງທະບຽນເລກທີປ້າຍເຮືອນ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກໍານົດລວງກ້ວາງ 14 cm ລວງຍາວ 25 cm ແລະ ໜາ 3 mm.

ຈາກນັ້ນກໍ່ໄດ້ເປີດບັ້ນທົດລອງເຮັດຕົວຈິງ ຢູ່ບ້ານທ່າສີໄຄ ເມືອງປາກຊັນ ແຂວງບໍລິຄໍາໄຊ ເຊິ່ງບ້ານດັ່ງກ່າວ ປະກອບມີ 08 ໜ່ວຍ, 130 ຫຼັງຄາເຮືອນ, 117 ຄອບຄົວ, ໃນນີ້ມີເຮືອນຫ້ອງແຖວ 02 ຫຼັງ, ໄດ້ຈັດລໍາດັບເລກທີປ້າຍເຮືອນແຕ່ 01 – 132 ຫຼັງຄາເຮືອນສໍາເລັດ.

ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນ ຄົ້ນຄວ້າປຶກສາຫາລືຢ່າງກົງໄປກົງມາ, ຍົກໃຫ້ເຫັນຈຸດດີ-ຈຸດອ່ອນ ໃນການລົງເຮັດທົດລອງຕົວຈິງໃນຄັ້ງນີ້ ເພື່ອພ້ອມກັບປັບປຸງເຮັດໃຫ້ການຂຶ້ນທະບຽນເລກທີປ້າຍເຮືອນໃນທົ່ວແຂວງ ດໍາເນີນໄປຢ່າງຖືກຕ້ອງຕາມລະບຽບຫຼັກການ ແລະ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ການເຮັດທົດລອງໃນຄັ້ງນີ້ເພື່ອເປັນແບບຢ່າງໃຫ້ກັບບັນດາ ປກສ ເມືອງ 07 ຕົວເມືອງ ນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ.

About admin11