ຝຶກອົບຮົມວຽກງານຈົດທະບຽນ ເລກທີ່ປ້າຍເຮືອນ ທົ່ວເມືອງຄຳເກີດ

  

ໃນຕອນເຊົ້າຂອງວັນທີ 16 ທັນວາ 2020 ນີ້, ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄຳເກີດ ໄດ້ຈັດຊຸດຝຶກອົບຮົມວຽກງານຈົດທະບຽນ ເລກທີ່ປ້າຍເຮືອນ ທົ່ວເມືອງຄຳເກີດຂື້ນ ໂດຍການເປັນປະທານຂອງທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ ມີຫົວຫນ້າກອງບັນຊາການ ປກສ ເມືອງ ມີພະນັກງານການນຳຂອງເມືອງ, ເລຂາພັກກຸ່ມບ້ານ ເລຂາພັກບ້ານ 11 ບ້ານເທດສະບານ ກຳລັງ ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັນໂທ ລຳເງິນ ພະບາດໄຊ ຫົວຫນ້າກອງບັນຊາການ ປກສ ເມືອງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປກສ ສະບັບເລກທີ 1254/ປກສ, ລົງວັນທີ 24 ມິຖຸນາ 2019 ວ່າດ້ວຍທະບຽນເລກທີ່ປ້າຍເຮືອນມີຈຸດປະສົງເພື່ອກຳນົດຫຼັກການ, ລະບຽບການ, ຕິດຕາມ, ກວດກາກ່ຽວກັບວຽກງານການຈົດທະບຽນເລກທີປ້າຍເຮືອນໃຫ້ພົນລະເມືອງລາວ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ການຄຸ້ມຄອງ, ນຳໃຊ້ເລກທີ່ປ້າຍເຮືອນມີຄວາມຖືກຕ້ອງ ແລະ ເປັນເອກະພາບແນ່ໃສ່ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເພາະວ່າການຈົດທະບຽນເລກປ້າຍເຮືອນເປັນວຽກງານໜຶ່ງທີ່ສຳຄັນເ ຊິ່ງໄດ້ຢູ່ໃນຄວາມຮັບຜິດຊອບຂອງເຫຼົ່າວິຊາສະເພາະຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໃນການຄຸ້ມຄອງ ແລະ ກວດກາການຄົງຕົວ, ຂະຫຍາຍຕົວ, ການຫຼຸດແລະ ການເພີ່ມຈຳນວນຫຼັງຄາເຮືອນຂອງບ້ານ. ພ້ອມນັ້ນຍັງໄດ້ຜ່ານຄຳສັ່ງຫົວໜ້າກອງບັນຊາການປກສ ແຂວງສະບັບເລກທີ 9556/ປກສ.ຂ, ລົງວັນທີ 3 ທັນວາ 2020 ວ່າດ້ວຍການຢຸດຕິ ແລະ ລົບລ້າງການອອກທະບຽນປ້າຍເຮືອນແບບເກົ່າໃຫ້ປະຊາຊົນ; ແຈ້ງການຂອງຫົວໜ້າກອງບັນຊາການປກສ ແຂວງ ສະບັບເລກທີ 0694/ຫກ, ລົງວັນທີ 3 ທັນວາ 2020 ວ່າດ້ວຍການເກັບຄ່າທຳນຽມທະບຽນເລກທີ່ປ້າຍເຮືອນຂອງປະຊາຊົນທົ່ວແຂວງບໍລິຄຳໄຊ; ຂໍ້ຕົກລົງຂອງຫົວຫນ້າກອງບັນຊາການ ປກສ ເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໂຄງການອອກທະບຽນປ້າຍເຮືອນໃນທົ່ວເມືອງຄຳເກີດ.

 

About admin11