ຝຶກອົບຮົມວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ເຂື່ອນໄຟຟ້ານ້ຳເທີນ 1

ໃນວັນທີ 13 ກັນຍາ 2022 ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງບໍລິຄໍາໄຊ ໄດ້ລົງໂຄສະນາເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານ ອັກຄີໄພ ຢູ່ບໍລິສັດ ອີແອນອີ ເອັນຈີເນຍລິ່ງ ແອນເຊີວິດ ຈໍາກັດ ເຂື່ອນໄຟຟ້ານ້ຳເທີນ 1 ເມືອງປາກກະດິງ ໂດຍການນຳພາຂອງທ່ານ ພັນໂທ ຄອນສະຫວັນ ຈະເລີນສຸກ ວ່າການຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ພ້ອມດ້ວຍຄະນະທິມງານ, ໃຫ້ກຽດເຂົ້າຮ່ວມຮັບຟັງຂອງທ່ານ ສຸດທິພັນ ຫຼຽນລຸ່ງເລືອງ ຮອງອໍານວຍການ ບໍລິສັດ ບໍລິສັດ ອີແອນອີ ເອັນຈີເນຍລິ່ງ ແອນເຊີວິດ ຈໍາກັດ, ມີຄະນະຮັບຜິດຊອບ, ພະນັກງານພາຍໃນບໍລິສັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ ໄດ້ຮັບຟັງການອະທິບາຍຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພ, ວິທີປະຕິບັດເມື່ອເກິດອັກຄີໄພ, ການເອົາຕົວລອດຈາກອັກຄີໄພ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກສະຖານທີເກີດເຫດ, ວິທີການນໍາໃຊ້ອຸປະກອນຂັ້ນພື້ນຖານໃນການດັບມອດໄຟໃນຂັ້ນເບື້ອງຕົ້ນ ເຊັ່ນ: ການໃຊ້ຜົງເຄມີແຫ້ງ, ການໃຊ້ນໍ້າມອດໄຟ, ເຄມີໂຟມ, ທາດອາຍບໍ່ຕິດໄຟ ແລະ ອື່ນໆ. ອະທິບາຍເຖີງວິທີການກວດກາບັ້ງມອດໄຟ ລະບົບສຽງສັນຍານເຕືອນໄພ ແລະ ລະບົບນໍ້າປະປາທີ່ຕິດຕັ້ງຕາມຈຸດຕ່າງໆ ໃຫ້ຢູ່ໃນສະພາບພ້ອມໃຊ້ງານຢູ່ສະເໝີ.

ຈາກນັ້ນ ກໍ່ໄດ້ມີການສາທິດ ແລະ ການນໍາໃຊ້ອຸປະກອນມອດໄຟຂັ້ນພື້ນຖານການຈໍາລອງເວລາມີເຫດການໄຟໄໝ້ຈາກຖັງແກັດໃຫ້ບັນດາຜູ້ເຂົ້າຮ່ວມຮັບຊົມ ແລະ ເຮັດທົດລອງໂຕຈິງໃນການນໍາໃຊ້ບັ້ງມອດໄຟ, ການມອດໄຟຈາກຖັງແກັດ, ການໃຊ້ນໍ້າດັບມອດໄຟ, ການແກ້ໄຂສະກັດກັ້ນເຫດການໄຟໄໝ້ ຂັ້ນພື້ນຖານກ່ອນທີ່ເຈົ້າໜ້າທີ່ດັບເພີງຈະມາຊ່ວຍ, ວີທີຊ່ວຍເຫຼືອຕົນເອງ ແລະ ຜູ້ຖືກເຄາະຮ້າຍອອກຈາກສະຖານທີ່ເກີດເຫດໄດ້ຢ່າງປອດໄພ.

ຈຸດປະສົງການລົງຝືກອົບຮົມໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ຜູ້ບໍລິຫານ, ພະນັກງານທຸກຄົນພາຍໃນບໍລິສັດ ໄດ້ຮັບຮູ້ເຂົ້າໃຈ ພື້ນຖານການສະກັດກັ້ນ ແລະ ຕ້ານອັກຄີໄພ ໃນເວລາເກີດອັກຄີໄພ – ໄຟໄໝ້ທີ່ອາດຈະເກີດຂື້ນຢູ່ຕາມສະຖານທີ່ຕ່າງໆ, ພາຍຫຼັງສໍາເລັດຝຶກອົບຮົມ ທ່ານ ພັນໂທ ຄອນສະຫວັນ ຈະເລີນສຸກ ວ່າການຫົວໜ້າພະແນກ ຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ກໍໄດ້ມອບໃບຢັ້ງຢືນການຝຶກອົບຮົມ ໃຫ້ບໍລິສັດ ອີແອນອີ ເອັນຈີເນຍລິ່ງ ແອນເຊີວິດ ຈໍາກັດ ເຂື່ອນໄຟຟ້ານ້ຳເທີນ 1 ເມືອງປາກກະດິງ ແຂວງບໍລິຄໍາໄຊ.

About admins14