ຝຶກອົບຮົມວິຊາສະເພາະໄລຍະສັ້ນໃຫ້ ປກສ ກຸ່ມບ້ານ ແລະ ປກສ ບ້ານ ທົ່ວເມືອງປາກກະດິງ

ບັ້ນຝຶກອົບຮົມວິຊາສະເພາະໄລຍະສັ້ນໃຫ້ເແກ່ ປກສ ກຸ່ມບ້ານ ແລະ ປກສ ບ້ານ ທົ່ວເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ 12 ຕຸລາ 2022 ທີ່ຫ້ອງປະຊຸມກຸ່ມເສດຖະກິດຂອງເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ມີຄະນະ ປກສ ເມືອງ, ປກສ ກຸ່ມບ້ານ, ນາຍບ້ານ ແລະ ປກສ 47 ບ້ານທົ່ວເມືອງປາກກະດິງ ເຂົ້້າຮ່ວມ.

ໃນບັ້ນຝຶກອົບຮົມຄັ້ງນີ້, ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ໄດ້ພັດປ່ຽນກັນບັນຍາຍບັນດາເອກະສານທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ: ເອກະສານ ເລກທີ 27/ນຍ ວ່າດ້ວຍການເພີ່ມທະວີສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 702 ລົງວັນທີ 2 ເມສາ 2021 ວ່າດ້ວຍການສ້າງ ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເອກະສານປ້ອງກັນສະຖານທີ່ເກີດເຫດ, ເອກະສານວຽກງານສືບສວນ – ສອບສວນ ຂັ້ນພື້ນຖານ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 04 ແລະ 514 ວ່າດ້ວຍສິດໜ້າທີ່ພາລະບົດບາດຂອງກຳລັງ ປກສ ກຸ່ມບ້ານ ແລະ ປກສ ບ້ານ.

ບັນດາທ່ານນັກສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ຍັງໄດ້ປະກອບຄຳຄິດຄຳເຫັນ ໂດຍຍົກເອົາຂໍ້ຫຍຸ້ງຍາກບັນຫາທີ່ຍັງແກ້ໄຂບໍ່ໄດ້ໃນໄລຍະຜ່ານມາ ຂໍທິດຊີ້ນຳບາງດ້ານຈາກຂັ້ນເທີງ ໃຫ້ມີຄວາມເຂົ້າໃຈແຈ້ງ ແລະ ເລິກເຊິ່ງ, ແນໃສ່ເຮັດໃຫ້ ປກສ ກຸ່ມບ້ານ ແລະ ປກສ ບ້ານ ໃນທົ່ວເມືອງ ຮູ້ເຄື່ອນໄຫວວຽກງານຕາມສິດໜ້າທີ່ ພາລະບົດບາດຂອງຕົນ ແລະ ເປັນເສນາທິການໃຫ້ແກ່ວຽກງານວິຊາສະເພາະໃນສະເພາະໜ້າ ແລະ ຍາວນານ, ຮັບໃຊ້ໜ້າທີ່ການເມືອງວຽກງານປ້ອງກັນຄວາມສະຫງົບສຸກໃນໄລຍະໃໝ່, ເຮັດໃຫ້ບ້ານມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນສັງຄົມ, ພ້ອມທັງສະກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດຂື້ນຢູ່ແຕ່ລະທ້ອງຖິ່ນຂອງບ້ານທົ່ວເມືອງໃຫ້ໄດ້ຮັບຜົນດີຂື້ນເລື້ອຍໆ.

About admins16