ຝຶກອົບຮົມກ່ຽວກັບການຕອບໂຕ້ ແລະ ປ້ອງກັນການລະບາດເຊື້ອພະຍາດໂຄວິດ-19 ໃຫ້ເຈົ້າໜ້າທີ່ປະຈຳຊາຍແດນ

ບັ້ນຝຶກອົບຮົມກ່ຽວກັບການຕອບໂຕ້ ແລະ ປ້ອງກັນການລະບາດເຊື້ອພະຍາດໂຄວິດ-19 ( covid-19 ) ໃຫ້ເຈົ້າໜ້າທີ່ປະຈຳຊາຍແດນ ແລະ ເຈົ້າໜ້າທີ່ຫ້ອງການປະສານງານຊາຍແດນ (BLO) ບັນດາ ປກສ ແຂວງພາກເໜືອ ແລະ ພາກກາງ ຂອງ ສປປ ລາວ ທີ່ແຂວງບໍລິຄຳໄຊ ເປັນເຈົ້າພາບ ໄດ້ຈັດຂຶ້ນ ໃນລະຫວ່າງທີ 20-21 ຕຸລາ 2020 ໂດຍການເປັນປະທານ ຂອງທ່ານ ແສງເດືອນ ໂພມະວົງສາ ເຈົ້າໜ້າທີ່ຮັບຜິດຊອບໂຄງການ ສະຫະປະຊາຊາດ ເພື່ອຕໍ່ຕ້ານຢາເສບຕິດ ແລະ ອາສະຍາກຳ (UNODC) ປະຈຳ ສປປ ລາວ.

ຊຸດອົບຮົມ ໄດ້ນໍາສະເໜີກ່ຽວກັບສະພາບລວມ ຂອງການແຜ່ລະບາດເຊື້ອພະຍາດໂຄວິດ-19 ( covid-19 ) ໃນໂລກ ແລະ ພາກພື້ນ, ມາດຕະການຂອງລັດຖະບານ ສປປ ລາວ ເພື່ອຕອບໂຕ້, ຄວບຄຸມ ສະກັດກັ້ນ ແລະ ປ້ອງກັນການລະບາດເຊື້ອພະຍາດ ໂຄວິດ-19, ຄວາມຮູ້ທົ່ວໄປກ່ຽວກັບການລະບາດເຊື້ອພະຍາດໂຄວິດ-19 ແລະ ຄໍາສັບຫຼັກທີ່ນໍາໃຊ້, ເຕັກນິກວິທີລ້າງມືໃຫ້ສະອາດ, ການໃຊ້ໜ້າກາກອະນາໄມ, ຖົງມືປະລາສະຕິກທີ່ຖືກຕ້ອງ ແລະ ຂັ້ນຕອນການປະສົມນໍ້າຢາໃນການອະນາໄມຂ້າເຊື້ອ, ການສະກີນສຸຂະພາບ ຫຼື ກັ້ນກອງທາງດ້ານສາທາລະນະສຸກ ແລະ ການຈັດການກັບບັນດາຜູ້ເດີນທາງຂັ້ນ 03.

ຜູ້ເຂົ້າຮ່ວມ ຍັງໄດ້ເຊື່ອມຊືມດຳລັດ 558/ນຍ ວ່າດ້ວຍການຄຸ້ມຄອງດ່ານ, ການກວດກາເອກະສານ, ມາດຕະການປ້ອງກັນ ແລະ ລະບຽບທາງລັດຖະການ, ມາດຕະການປ້ອງກັນໂຕເອງຂອງເຈົ້າໜ້າທີ່ປະຈໍາຢູ່ດ່ານກວດກາຄົນເຂົ້າ-ອອກເມືອງ, ການບັງຄັບໃຊ້ມາດຕະການປິດປະຕູປະເທດ ຫຼື ລັອກດາວ, ການກວດກາເອກະສານ ມາດຕະການປ້ອງກັນ ແລະ ລະບຽບທາງລັດຖະການ.

ຈາກນັ້ນ ກໍ່ໄດ້ມີການແບ່ງກຸ່ມ ຄົ້ນຄວ້າປຶກສາຫາລື ເພື່ອກວດສອບຫຼັງການຝຶກອົບຮົມ ເພື່ອປະເມີນຜົນຄວາມເຂົ້າໃຈ ແລະ ຮັບຮູ້ຂອງນັກສໍາມະກອນ ແລ້ວໄດ້ມີການນໍາສະເໜີຖາມ – ຕອບພ້ອມທັງຈັດກິດຈະກໍາປະຕິບັດຕົວຈິງບາງຫຼັກການທີ່ສໍາຄັນໃນການແກ້ໄຂ ແລະ ສະກັດກັ້ນໃນເບື້ອງຕົ້ນ, ເຫັນວ່າແຕ່ລະຄົນແມ່ນມີຄວາມຮັບຮູ້ເຂົ້າໃຈດີ.


ຕອນທ້າຍ ທ່ານ ແສງເດືອນ ໂພມະວົງສາ ກໍ່ໄດ້ມີຄໍາເຫັນ ແລະ ທິດຊີ້ນໍາເພີ່ມເຕີມໃນການນໍາເອົາບົດຮຽນດັ່ງກ່າວ ໄປສືບຕໍ່ເຜີຍແຜ່ ໂຄສະນາ ແລະ ຈັດຕັ້ງປະຕິບັດໃນພາກສະໜາມ ໃຫ້ໄດ້ຮັບຜົນດີ ມີຄຸນນະພາບສູງ ເພື່ອພ້ອມກັນມີສ່ວນຮ່ວມໃນການຕອບໂຕ້ ແລະ ປ້ອງກັນການລະບາດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.

ຈາກນັ້ນ ກໍ່ໄດ້ມອບໃບຢັ້ງຢືນການຝຶກອົບຮົມ ໃຫ້ນັກສຳມະນາກອນ ໃຫ້ກຽດຂຶ້ນມອບໂດຍ ທ່ານພັນໂທ ຄຳແພງ ນຳພາວັນ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ.

About admin11