ຝຶກອົບຮົມການຮັບມືກັບເຫດການສຸກເສີນ ແລະ ນ້ຳມັນຮົ່ວໄຫຼຕາມທ່າເຮືອ-ອາຄານທ່າເຮືອ

ກອງປະຊຸມສຳມະນາການຝຶກແອບຕົວຈິງ ໃນການຮັບມືກັບເຫດການສຸກເສີນ ແລະ ນ້ຳມັນຮົ່ວໄຫຼທີ່ທ່າເຮືອ ແລະ ອາຄານທ່າເຮືອ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ເມສາ 2022 ຢູ່ຫ້ອງປະຊຸມຂອງດ່ານປາກຊັນ ໂດຍໄດ້ຮັບງົບປະມານຊ່ວຍເຫຼືອລ້າພາຍໃຕ້ສັນຍາການນຳໃຊ້ກອງທຶນພິເສດໃນກອບການຮ່ວມມືແມ່ນໍ້າຂອງ-ນໍ້າລ້ານຊ້າງ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ເປັນກຽດເຂົ້າຮ່ວມຂອງທ່ານ ສົມພອນ ຫຼວງລາດ ຮອງຫົວໜ້າກົມທາງນໍ້າ ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ທອນ ຈັນທະມີນາວົງ ຮອງຫົວໜ້າພະແນກ ຍທຂ ແຂວງບໍລິຄຳໄຊ, ມີກົມທາງນ້ຳ, ກະຊວງການຕ່າງປະເທດ, ຊ່ຽວຊານຈາກປະເທດສິງກະໂປ, ພະແນກ ຍທຂ ແຂວງ-ເມືອງປາກຊັນ ພ້ອມດ້ວຍສະມາຄົມເຮືອເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້ ກໍ່ເພ່ືອສ້າງຄວາມຄຸ້ນເຄີຍໃນການນໍາໃຊ້ເຄື່ອງມື, ການວາງແຜນການຮັບມືກັບເຫດສຸກເສີນ ແລະ ແຜນການປະຕິບັດຕົວຈິງໃນການຮັບມືກັບນໍ້າມັນຮົ່ວໄຫຼ, ກ່ຽວກັບລະບົບການຄຸ້ມຄອງປ້ອງກັນ ເພື່ອຫຼຸດຜ່ອນ ອຸບັດຕິເຫດ, ທັງເປັນການປຶກສາຫາລືກົນໄກປະສານງານ ແລະ ວາງການຮັບມື ຂອງໜ່ວຍງານຮັບມືຕໍ່ກັບ ນໍ້າມັນຮົ່ວໄຫຼ ແລະ ເຫດສຸກເສີນຢູ່ຕາມທ່າເຮືອ ແລະ ທ່າຄ່ຽນຖ່າຍນໍ້າມັນ ພ້ອມນີ້ ຍັງໄດ້ຝຶກການນຳໃຊ້ອຸປະກອນ ແລະ ການລາຍງານພາຍຫຼັງສຳເລັດການປະຕິບັດຕົວຈິງ ພ້ອມແນະນຳການແບ່ງຄວາມຮັບຜິດຊອບຂອງໜ່ວຍງານຮັບມືຕໍ່ກັບນໍ້າມັນຮົ່ວໄຫຼ ແລະ ເຫດສຸກເສີນ ເພື່ອສະດວກໃນການຕິດຕໍ່ປະສານງານຫາແຕ່ລະພາກສ່ວນ ແລະ ການແຈ້ງເຕືອນລ່ວງໜ້າໃນເວລາເກີດເຫດຕໍ່ກັບນໍ້າມັນຮົ່ວໄຫຼ ແລະ ອື່ນໆ.

About admins16