ຝຶກອົບຮົມການຄຸ້ມຄອງສິ່ງແວດລ້ອມໃນໂຄງການລົງທຶນ ແລະ ກິດຈະການຕ່າງໆ ຢູ່ແຂວງບໍລິຄໍາໄຊ

ພິທີເປີດຝຶກອົບຮົມ ການຄຸ້ມຄອງສິ່ງແວດລ້ອມໃນໂຄງການລົງທຶນ ແລະ ກິດຈະການຕ່າງໆ ຢູ່ແຂວງບໍລິຄໍາໄຊ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 4 ກໍລະກົດ 2022 ຢູ່ຫ້ອງການສາທາລະນະສຸກເມືອງທ່າພະບາດ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ນິດດາພອນ ໄຊຍະພອນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີວິທະຍາກອນ ແລະ ນັກສໍາມະນາກອນ ຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຫ້ອງການ 7 ຕົວເມືອງ ພາຍໃນແຂວງ ເຂົ້າຮ່ວມ.

ຈຸດປະສົງຂອງການຝຶກອົບຮົມ ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານລັດ ທີ່ຮັບຜິດຊອບຕໍ່ວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພາກເອກະຊົນ ທີ່ຕິດພັນກັບວຽກງານການຕິດຕາມ, ຄຸ້ມຄອງດ້ານສິ່ງແວດລ້ອມ ໃຫ້ມີປະສິດທິພາບ ແລະ ເພື່ອເຮັດໃຫ້ກົນໄກການປະສານງານ ລະຫວ່າງຂະແໜງການທີ່ກ່ຽວຂ້ອງ ຂັ້ນແຂວງ – ເມືອງ ມີຄວາມສອດຄ່ອງກົມກຽວກັນ ໃຫ້ມີປະສິດທິຜົນສູງ.

ໃນການຝຶກອົບຮົມຄັ້ງນີ້ ແມ່ນຈະໄດ້ຮັບຮູ້ພື້ນຖານດ້ານສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ, ຮຽນຮູ້ ແລະ ເຊື່ອມຊືມດ້ານກົດໝາຍ, ດໍາລັດ ແລະ ນິຕິກໍາກ່ຽວຂ້ອງກັບສິ່ງແວດລ້ອມ, ນອກນັ້ນ, ຍັງຈະໄດ້ຮຽນຮູ້ຂັ້ນຕອນຕ່າງໆ ກ່ຽວກັບການກວດກາຕິດຕາມ ດ້ານວິຊາການ ກ່ຽວກັບສິ່ງແວດລ້ອມ ຕໍ່ກັບໂຄງການລົງທຶນໃນກິດຈະການຕ່າງໆ, ການຝຶກອົບຮົມ ມີນັກສໍາມະນາກອນທັ່ງໝົດ 45 ຄົນ ແລະ ຈະໄດ້ດໍາເນີນໄປເປັນເວລາ 04 ວັນ ຈຶ່ງຈະສຳເລັດ.

About admins16