ຜົນສຳເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ 2 ໜ່ວຍພັກໂຮງຮຽນອະນຸບານໄຊຊະຫວ່າງ


ຕອນເຊົ້າຂອງວັນທີ 23 ຕຸລາ 2020, ທີ່ຫ້ອງປະຊຸມ ໂຮງຮຽນອະນຸບານໄຊສະຫວ່າງ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ່ 2 ຂອງໜ່ວຍພັກຕົນຂື້ນ ພາຍໃຕ້ການເປັນປະທານຂອງສະຫາຍ ນ. ຄຳໃບ ໄຊຍະລາດ ເລຂາຫນ່ວຍພັກໂຮງຮຽນ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນ. ຄໍາພອນ ເຮືອງມະນີພັນ ຄະນະປະຈຳພັກເມືອງ ຫົວຫນ້າຫ້ອງການຄະນະໂຄສະນາອົບຮົມເມືອງ.


ສະຫາຍ ນ. ຄຳໃບ ໄຊຍະລາດ ເລຂາຫນ່ວຍພັກໂຮງຮຽນອະນຸບານເມືອງໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງທັງສອງພາກ ວ່າ: ໃນໄລຍະຜ່ານມາ ຄະນະພັກໂຮງຮຽນອະນຸບານ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານຄູ-ອາຈານ, ນັກຮຽນຮູ້ ພາຍໃນຄວາມຮັບຜິດຊອບຂອງຕົນ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ດ້ວຍຫຼາຍຮູບການ ເປັນຕົ້ນແມ່ນນຳເອົາເອກະສານທາງດ້ານການເມືອງຂອງພັກ, ກົດໝາຍ, ມະຕິ, ຄຳສັ່ງ, ຂໍ້ກຳນົດ ຂອງພັກ-ລັດ ມາເຜີຍແຜ່ ເຮັດໃຫ້ສະມາຊິກພັກ, ພະນັກງານຄູ-ອາຈານ ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຮັດໃຫ້ວຽກງານການຮຽນ-ການສອນ ໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ.

ພາຍຫລັງຄະນະພັກຊຸດເກົ່າອຳລາໜ້າທີ່, ກອງປະຊຸມ ກໍ່ໄດ້ດຳເນີນການປ່ອນບັດ ເລືອກເອົາຄະນະພັກຊຸດໃໝ່ ໂດຍມີຜູ້ສະມັກ 5 ສະຫາຍ ເລືອກອົ 3 ສະຫາຍ, ຜົນການບ່ອນບັດ ແລະ ກອງປະຊຸມຄັ້ງປະຖົມມະເລີກ ຕົກລົງເອົາ ສະຫາຍ ນ. ຄຳໃບ ໄຊຍະລາດ ເປັນເລຂາ, ສະຫາຍ ນ. ບຸນຈວງ ເທບພະວົງ ເປັນຮອງເລຂາ, ສະຫາຍ ນ. ນວນຈັນ ແກ້ວດວງດີ ເປັນຄະນະ.

ໃນຕອນທ້າຍກອງປະຊຸມ ສະຫາຍ ນ. ຄໍາພອນ ເຮືອງມະນີພັນ ໄດ້ໂອ້ລົມ ໂດຍທ່ານໄດ້ເນັ້ນໃຫ້ແຕ່ລະສະຫາຍໃນຄະນະ ໃຫ້ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ຂອງຕົນ ໃຫ້ເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນ, ສຶກສາອົບຮົມການເມືອງແນວຄິດເປັນປະຈຳ, ໃຫ້ກຳແໜ້ນໄດ້ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະມະຊິກພັກ ເພື່ອໃຫ້ໜ່ວຍພັກຂອງຕົນມີຄວາມເຂັ້ມແຂງ ແລະ ໜັກແໜ້ນຂຶ້ນໄປເລື້ອຍໆ.

About admin11