ໄຊຈຳພອນ ສຳເລັດການເກັບກຳຂໍ້ມູນ ການພົ້ນທຸກ ແລະ ການພັດທະນາປະຈຳປີ 2019


ຕອນເຊົ້າຂອງວັນທີ 20 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 2  ຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ຈັດກອງປະຊຸມເຜີຍ ການແຜ່ຜັນຂະຫຍາຍ ຜົນການເກັບກຳຂໍ້ມູນການພົ້ນທຸກ ແລະ ການພັດທະນາ ປະຈຳປີ 2019 ຕາມດຳລັດ 348/ລບ ຂອງເມືອງໄຊຈຳພອນ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ.


ທ່ານ ກຽດຕິສັກ ແສນວົງສາ ຮອງຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ໄດ້ຂຶ້ນຜ່ານບົດລາຍງານ ຜົນການຈັດຕັ້ງຜັນຂະຫຍາຍ ດຳລັດ 348/ລບ ກ່ຽວກັບມາດຖານພົ້ນທຸກ ແລະ ມາດຖານພັດທະນາ ຂອງເມືອງໄຊຈຳພອນ ວ່າ: ການຈັດຕັ້ງປະຕິບັດ ດຳລັດ 348 ໄດ້ມີຄະນະຊີ້ນຳ, ກອງເລຂາ, ຄະນະຮັບຜິດຊອບ 6 ກຸ່ມວຽກ ແລະ ນັກເດີນສຳຫຼວດ ທັງໝົດ 11ຄົນ, ຍິງ 0 ຄົນ, ໄດ້ເລີ່ມປະຕິບັດມາແຕ່ເດືອນພຶດສະພາ ຫາ ເດືອນກັນຍາ 2019 ໃນການເດີນສຳຫຼວດ, ເກັບກຳ ແລະ ວິເຄາະ-ວິໃຈຂໍ້ມູນ ພ້ອມສະຫຼຸບ ສັງລວມເຂົ້າໃນຖານຂໍ້ມູນ ເຊີ່ງປະຈຸບັນໄດ້ສຳເລັດ 100%.

       ທົ່ວເມືອງໄຊຈຳພອນ ມີ 17 ບ້ານ, 1.707 ຄອບຄົວ, ພົນລະເມືອງ 10.641 ຄົນ, ຍິງ 5.184 ຄົນ. ໃນນັ້ນ ຄອບຄົວພົ້ນທຸກ 691 ຄອບຄົວ ກວມ 40, 48%, ຄອບຄົວພັດທະນາ 540 ຄອບຄົວ ກວມ 31,63%.

    ໃນກອງປະຊຸມ ຍັງໄດ້ມີການປະກອບຄຳຄິດເຫັນ ແລກປ່ຽນຖອດຖອນບົດຮຽນຮ່ວມກັນກັບຂະແໜງການຕ່າງໆ ຕໍ່ກັບບົດລາຍງານ ທັງນີ້ ກໍ່ເພື່ອຊອກໃຫ້ເຫັນບັນຫາທີ່ຄ້າງຄາ ວາງແຜນການຢ່າງມີຈຸດສຸມ ແກ້ໄຂໃຫ້ຖືກຈຸດ ເຮັດແນວໃດ ໃຫ້ປະຊາຊົນ ໄດ້ທຳການຜະລິດເປັນສິນຄ້າ ສ້າງລາຍຮັບໃຫ້ຫລາຍ ກາຍເປັນຄອບຄົວພົ້ນທຸກ ແລະ ພັດທະນາ ໄປເທື່ອລະກ້າວ.

About admin11