ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ແຂວງບໍລິຄຳໄຊ ຄັ້ງທີ VII

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງບໍລິຄຳໄຊ ຄັ້ງທີ VII ໄດ້ຈັດຂຶ້ນໃນວັນທີ 05 ກຸມພາ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ເຍ່ຍເກິຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ, ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ-ແຂວງບໍລິຄຳໄຊ, ມີຜູ້ແທນສົມບູນ 99 ທ່ານ, ພຣະສົງ 07 ອົງ, ຍິງ 23 ທ່ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ດຳເນີນມາເປັນເວລາ 1 ວັນ ທີ່ເຕັມໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີເປັນເອກະພາບ, ມີປະຊາທິປະໄຕ ດ້ວຍຄວາມຮັບຜິດຊອບສູງ ຂອງບັນດາຜູ້ແທນກອງປະຊຸມ ເຊິ່ງໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ກອງປະຊຸມ ໄດ້ເປັນເອກະສັນຮັບຮອງເອົາບັນດາເນື້ອໃນທີ່ສຳຄັນ ຄື: ຮັບຮອງເອົາບົດລາຍງານການເມືອງທັງ 2 ພາກ ຂອງຄະນະກຳມະການແນວລາວສ້າງຊາດ ແຂວງບໍລິຄໍາໄຊ ຄັ້ງທີ VI ທີ່ໄດ້ຕີລາຄາສູງກ່ຽວກັບຜົນງານການເຄື່ອນໄຫວຂອງຄະນະກຳມະການໃນທົ່ວແຂວງ ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ໃນສະໄໝທີ VI ຜ່ານມາ ເຊິ່ງສະແດງອອກ ຄື: ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ- ລັດຖະກອນ, ປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ ໃຫ້ຮັບຮູ້ແນວທາງການເມືອງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ວຽກງານແນວລວສ້າງຊາດ, ປັບປຸງກົງຈັກການຈັດຕັ້ງ, ແບບແຜນວິທີນຳພາ, ວິທີເຮັດວຽກ ໃຫ້ສອດຄ່ອງ ມີປະສິດທິພາບ, ມີຄວາມເຕີບໃຫຍ່ເຂັ້ມແຂງຂື້ນເລື້ອຍໆ ສາມາດຕີຖອຍບັນຫາປະກົດການຫຍໍ້ທໍ້ຕ່າງໆ ສ້າງໄດ້ຄອບຄົວ, ບ້ານ ແລະ ເມືອງສາມັກຄີປອງດອງ ຕາມທິດຊີ້ນຳຂອງສູນກາງແນວລາວສ້າງຊາດ, ປະກອບສ່ວນຫັນລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕາມທິດ 3 ສ້າງ ຢ່າງຕັ້ງໜ້າ, ປຸກລະດົມທົ່ວສັງຄົມ ເຂົ້າຮ່ວມວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຕ້ານ ແລະ ສະກັດກັ້ນທຸກກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ ທີ່ຫວັງມ້າງເພທຳລາຍຄວາມສາມັກຄີຂອງເຜົ່າ ເຮັດໜ້າທີ່ການທູດປະຊາຊົນ ຢູ່ເຂດລຽບຕາມຊາຍແດນຂອງແຂວງໄດ້ຢ່າງຕໍ່ເນື່ອງ, ພ້ອມທັງພົບປະແລກປ່ຽນບົດຮຽນວຽກງານແນວລາວສ້າງຊາດ ກັບບັນດາແຂວງ, ຢ້ຽມຢາມເຮັດວຽກຮ່ວມກັບຄະນະຂົນຂວາຍມະຫາຊົນຂອງພັກ ແລະ ແນວໂຮມປະເທດຊາດຫວຽດນາມ.

ຮັບຮອງເອົາທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນແຕ່ລະດ້ານ ແຕ່ປີ 2021 – 2025 ຄື: ສືບຕໍ່ຮັກສາມູນເຊື້ອປະຕິວັດອັນສະຫງ່າອົງອາດຂອງແນວລາວອິດສະຫລະ ແນວລາວຮັກຊາດໃນເມື່ອກ່ອນ ແລະ ແນວລາວສ້າງຊາດໃນປະຈຸບັນ ເພື່ອເຕົ້າໂຮມຄວາມສາມັກຄີປອງດອງໃນທົ່ວສັງຄົມ, ປະຊາຊົນບັນດາເຜົ່າ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດຢ່າງກ້ວາງຂວາງ, ທົ່ວເຖິງ, ຍົກສູງພາລະບົດບາດ, ສິດໜ້າທີ່ຂອງວຽກງານແນວລາວສ້າງຊາດ ນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ຂໍ້ກຳນົດ ແລະ ລະບຽບກົດໝາຍຂອງລັດ ຈັດຕັ້ງເຜີຍແຜ່ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ, ເພີ່ມທະວີບູລະນະການຈັດຕັ້ງ ປັບປຸງແບບແຜນວິທີນຳພາ ແລະ ວິທີເຮັດວຽກຂອງແນວລາວສ້າງຊາດແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບຂອງວຽກງານ ທັງຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກໃນໄລຍະໃໝ່, ສືບຕໍ່ປະກອບສ່ວນ ລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕາມສາຍຕັ້ງ, ສາຍຂວາງ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ-ພັດທະນາ ຕິດພັນກັບຂະບວນການສ້າງຄອບຄົວ, ບ້ານ ແລະ ເມືອງສາມັກຄີປອງດອງ ຢ່າງແຂງແຮງ, ເພີ່ມທະວີການພົວພັນຮ່ວມມືຮອບດ້ານຢ່າງມີຫລັກການຂອງພັກ ກັບບັນດາອົງການຈັດຕັ້ງແນວໂຮມປະເທດເພື່ອນມິດຍຸດທະສາດ ໃຫ້ມີຄວາມແໜ້ນແຟ້ນຂື້ນກວ່າເກົ່າ, ສ້າງເງື່ອນໄຂເພື່ອຮ່ວມມືກັບບັນດາອົງການຈັດຕັ້ງສາກົນ ຍາດແຍ່ງເອົາວັດຖຸທຶນຮອນ, ການຊ່ວຍເຫລືອໃຫ້ໄດ້ຫຼາຍຂຶ້ນ, ຮັບຮອງເອົາຄະນະກຳມະການແນວລາວສ້າງຊາດແຂວງ ຊຸດທີ VII ຈຳນວນ 75 ທ່ານ, ຍິງ 17 ທ່ານ, ພຣະສົງ 7 ອົງ.

ຜູ້ແທນກອງປະຊຸມ ໄດ້ພ້ອມກັນລົງປະຊາມະຕິຮັບຮອງເອົາຄະນະບໍລິຫານງານແນວລາວສ້າງຊາດແຂວງບໍລິຄໍາໄຊ ສະໄໝທີ່ VII ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ໄດ້ກໍານົດໄວ້ ແລະ ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ບຸນຄຳ ໄຊເຍ່ຍລໍວື່ ເປັນປະທານແນວລາວສ້າງຊາດແຂວງບໍລິຄໍາໄຊ ສະໄໝທີ VII, ສະຫາຍນາງ ເກດແກ້ວ ກົມມະແສງ ເປັນຮອງ, ສະຫາຍ ໂພວາ ພົມມະບຸດດີ ເປັນຮອງ ທັງເປັນປະທານກວດກາ ແລະ ສະຫາຍນາງ ແຫວນຄຳ ເພຍແກ້ວ ເປັນຮອງປະທານກວດກາ ແລະ ຍັງໄດ້ຮັບຮອງເອົາຄະນະທີ່ປຶກສາ-ຄູ່ຮ່ວມງານແນວລາວສ້າງຊາດແຂວງ ຈໍານວນ 5 ທ່ານ, ຍິງ 1 ທ່ານ ຄື: ທ່ານ ລໍາສະໄໝ ວໍລະສານ, ທ່ານ ນ.ອິນຕາ ໄຊມູນຄໍາ, ທ່ານ ເຄນ ລໍມະນີ, ທ່ານ ບົວຈັນ ບຸນວົງໄຊ ແລະ ທ່ານ ເນັ່ງ ນູລໍວ່າງ.

About admins16