ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ V ໜ່ວຍພັກດ່ານພາສີສາກົນນໍ້າພາວ

ໃນຕອນບ່າຍຂອງວັນທີ 28 ພຶດສະພາ 2022 ຢູ່ຫ້ອງປະຊຸມດ່ານພາສີ ສາກົນນໍ້າພາວ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ V ໜ່ວຍພັກຂອງຕົນຂື້ນ, ເປັນປະທານໂດຍສະຫາຍ ແກ້ວວິລາ ທິບດາລາ ຮອງເລຂາຄະນະພັກຮາກຖານດ່ານຊາຍແດນສາກົນນໍ້າພາວ ເລຂາໜ່ວຍພັກດ່ານພາສີສາກົນນໍ້າພາວ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງ ແຂວງບໍລິຄຳໄຊ, ມີບັນດາແຂກຖືກເຊີນຈາກຄະນະໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນອ້ອມຂ້າງ ເຂົ້າຮ່ວມ.

ໃນພິທີ ສະຫາຍ ແກ້ວວິລາ ທິບດາລາ ໄດ້ຂື້ນຜ່ານບົດລາຍງານການເມືອງວ່າ: ໜ່ວຍພັກດ່ານພາສີສາກົນນ້ຳພາວ ເປັນໜ່ວຍພັກໜຶ່ງ ທີ່ຂື້ນກັບຄະນະພັກຮາກຖານພະແນກການເງິນ ແຂວງບໍລິຄຳໄຊ, ປີ 2021 ໄດ້ມີການປັບປຸງກົງຈັກການຈັດຕັ້ງພັກ ແລະ ໄດ້ໂອນມາຂຶ້ນກັບຄະນະພັກຮາກຖານ ດ່ານຊາຍແດນສາກົນນໍ້າພາວ ໂດຍມີສິດ, ໜ້າທີ່ ແລະ ພາລະບົດບາດ ຄຸ້ມຄອງພັກ – ພະນັກງານ ແລະ ມີຄວາມຮັບຜິດຊອບຕໍ່ການປະຕິບັດວຽກງານວິຊາສະເພາະຕາມສາຍຕັ້ງ, ຄຸ້ມຄອງ, ຕິດຕາມ ສິນຄ້າ, ເຄື່ອງຂົນສົ່ງ ນໍາເຂົ້າ ຜ່ານດ່ານ, ເພື່ອຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຕາມແຜນການທີ່ຂັ້ນເທິງມອບໝາຍໃຫ້, ພ້ອມກັນນັ້ນກໍ່ຍັງເຮັດໜ້າທີ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ – ລັດ, ລະບຽບກົດໝາຍຂອງລັດ ແລະ ລະບຽບການກ່ຽວຂ້ອງອື່ນໆ ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງຂອງຕົນໃຫ້ເປັນຮູບປະທຳ ແລະ ໃຫ້ມີຜົນສໍາເລັດ.

ກອງປະຊຸມໃຫຍ່ ຄັ້ງທີ່ V ຂອງໜ່ວຍພັກດ່ານພາສີສາກົນນໍ້າພາວ ໄດ້ລົງປະຊາມະຕິເປັນເອກະພາບກັນຮັບເອົາບັນດາເນື້ອໃນ ຄື: ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດ ຄຳເຫັນໃສ່ບົດລາຍງານການເມືອງ ແລະ ບົດ ສຳຫຼວດການນຳພາຂອງຄະນະພັກ, ໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນ ການນຳພາ – ຊີ້ນຳ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ແລະ ໄດ້ເປັນເອກະພາບກັນຮັບຮອງເອົາທິດທາງແຜນການນໍາພາໄລຍະ 5 ປີຕໍ່ໜ້າ ນັບແຕ່ປີ 2022 ຫາ ປີ 2026.

ພາຍຫລັງຄະນະພັກຊຸດເກົ່າກ່າວອຳລາໜ້າທີ່, ກອງປະຊຸມ ໄດ້ດຳເນີນການປ່ອນບັດເອົາຄະນະພັກຊຸດໃໝ່, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ແກ້ວວິລາ ທິບດາລາ ເປັນເລຂາ, ສະຫາຍ ໄຊຊະນະ ວົງຊົມພູ ເປັນຮອງເລຂາ ແລະ ສະຫາຍ ວຽງໄຊ ເທບໄກສອນ ເປັນຜູ້ກວດກາໜ່ວຍພັກ.

ໃນຕອນທ້າຍ ສະຫາຍ ບຸນສົງ ເພັດຈະເລີນ ໄດ້ໂອ້ລົມ ເຊີ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ ຊີ້ນຳຂອງຄະນະພັກຊຸດ ທີ IV ທີ່ໄດ້ນຳພາ – ຊີ້ນຳພະນັກງານ, ສະມາຊິກພັກປະຕິບັດໜ້າທີ່ການເມືອງ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ເຊິ່ງສະຫາຍໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຈະຕ້ອງໄດ້ປັບປຸງແກ້ໄຂ, ສະຫາຍໄດ້ສະແດງຄວາມເຊື້ອໝັ້ນຕໍ່ຄະນະພັກຊຸດໃໝ່ທີ່ຈະສືບຕໍ່ນຳພາ – ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກ ຄັ້ງທີ V ນີ້ ໃຫ້ຍາດໄດ້ຜົນງານ ແລະ ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.

About admin11