ຜົນສຳເລັດກອງປະຊຸມໃຫຍ່ໜ່ວຍພັກບ້ານນາໄຊ ຄັ້ງທີ V

ໃນຕອນເຊົ້າຂອງວັນທີ 6 ທັນວາ 2022 ໜ່ວຍພັກບ້ານນາໄຊ ເມືອງທ່າພະບາດ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ່ V ຢູ່ທີ່ຫ້ອງການບ້ານຂອງຕົນ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຊົມ ແກ້ວມະນີວົງ ເລຂາພັກບ້ານ ນ້າຍບ້ານ ນາໄຊ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ຄຳປຸ່ນ ສີຫາລາດ ຮອງເຈົ້າເມືອງທ່າພະບາດ, ມີຄະນະຮັບຜິດຊອບຂັ້ນເມືອງ, ແຂກຖືກເຊີນ, ອົງການຈັດຕັ້ງບ້ານ 5 ຫນ່ວຍງານຂອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບແຜນພັດທະນາເສດຖະກິດ – ສັງຄົມ 5 ປີຜ່ານມາ ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ ບ້ານ ນາໄຊ 217 ຫຼັງຄາເຮືອນ, ມີ 254 ຄອບຄົວ, ພົນລະເມືອງ 1,412 ຄົນ, ຍິງ 738 ຄົນ, ປະຊາຊົນສ່ວນຫຼາຍມີອາ ຊີບທຳການຜະລິດທາງດ້ານກະສິກຳ, ປູກຝັງ, ລ້ຽງສັດ ແລະ ຄ້າຂາຍບໍລິການ – ການທ່ອງທ່ຽວ. ເປັນບ້ານໜຶ່ງທີ່ໄດ້ຮັບການຢັ້ງຢືນເປັນບ້ານພົ້ນທຸກ, ບ້ານພັດທະນາ, ບ້ານສາທາລະນະສຸກແບບຢ່າງ, ມີເນື້ອທີ່ທຳການຜະລິດ, ແຫຼ່ງນ້ຳ, ມີພື້ນຖານໂຄງລ່າງຄົບຖ້ວນ.

ທົ່ວບ້ານມີເນື້ອທີ່ນາປີ 168,382 ເຮັກຕາ, ຜົນຜະລິດໄດ້ 847,800 ໂຕ່ນ, ສະເລ່ຍເຂົ້າກິນໃສ່ຫົວຄົນໄດ້ 509 ກິໂລ/ຄົນ/ປີ, ມີຄວາຍ 218 ໂຕ ໃນ 5 ປິເພີ່ມຂຶ້ນ 26 ໂຕ, ງົວ 522 ໂຕ ເພີ່ມຂຶ້ນ 35 ໂຕ, ແບ້ 87 ໂຕ ເພີ່ມຂຶ້ນ 28 ໂຕ, ສັດປີກ 4,485 ໂຕ ເພີ່ມຂຶ້ນ 115 ໂຕ ສາມາດສ້າງລາຍຮັບໃຫ້ປະຊາຊົນໄດ້ທັງໝົດ 13. 837.600.000 ກີບ, ສະເລ່ຍໃສ່ຫົວຄົນພາຍໃນບ້ານເທົ່າກັບ 9.800.000 ກີບ, ເສດຖະກິດຂອງບ້ານຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ.

ຈາກນັ້ນ ກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຄະນະໜ່ວຍພັກບ້ານຊຸດໃໝ່, ຜົນການປ່ອນບັດເລືອກໄດ້ ສະຫາຍ ໄພວັນ ແສນກາງ ນາຍບ້ານ ນາໄຊຜູ້ໃໝ່ ເປັນເລຂາພັກບ້ານ, ສະຫາຍ ນາງ ວິໄລ ວົງພູທອນ ເປັນຮອງເລຂາ, ສະຫາຍ ແຂກຄຳ ວົງພູທອນ ເປັນຜູ້ກວດກາ.

About admins16