ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II

ກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 31 ມັງກອນ ແລະ ໄດ້ອັດລົງດ້ວຍຜົນສຳເລັດອັນສະຫງ່າງາມ ໃນວັນທີ 2 ກຸມພາ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ປີ່ງຄຳ ລາຊະສີມາ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ພະນັກງານອາວຸໂສບຳນານ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ໄດ້ດໍາເນີນມາເປັນເວລາ 3 ວັນ ບັນດາທ່ານຜູ້ເຂົ້າຮ່ວມໄດ້ເຊີດຊູຄວາມຮັບຜິດຊອບສູງ ໃນການຄົ້ນຄວ້າ, ປະກອບຄໍາຄິດເຫັນຢ່າງມີເຫດຜົນ, ມີຈຸດສຸມ, ເລິກເຊີ່ງ ແລະ ກວ້າງຂວາງ ພ້ອມທັງມີຄວາມເປັນເອກະພາບສູງ ໃນການພິຈາລະນາຮັບຮອງເອົາບັນຫາສໍາຄັນຕ່າງໆ ຄື: ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ, ບົດລາຍງານການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ວຽກງານກໍ່ສ້າງຮາກຖານ ຕິດພັນກັບວຽກງານສາມສ້າງ ໃນໄລຍະປີ 2020 – 2022 ແລະ ທິດທາງແຜນການ 2023 – 2025.

ຮັບຮອງເອົາບົດລາຍງານຂອງອົງການກວດສອບປະຈຳພາກກາງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022, ທິດທາງແຜນການ ປະຈໍາປີ 2023 ແລະ ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2021 ແລະ ການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022, ທິດທາງແຜນການ ປະຈໍາປີ 2023 ແລະ ການແກ້ໄຂຜົນການກວດສອບປີຜ່ານມາ ຂອງອົງການກວດກາລັດ, ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022 ແລະ ທິດທາງແຜນ ການ ປະຈໍາປີ 2023 ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ຂອງສະພາປະຊາຊົນແຂວງ, ຮັບຮອງເອົານິຕິກໍາຂອງແຂວງ ຈຳນວນ 3 ສະບັບ, ໃນນັ້ນ ສ້າງໃໝ່ 2 ສະບັບ, ປັບປຸງ 1 ສະບັນ, ພ້ອມນີ້ ກອງປະຊຸມ ໄດ້ສະເໜີໃຫ້ອົງການປົກຄອງແຂວງ ສືບຕໍ່ຊີ້ນຳ, ຊຸກຍູ້ຄະນະຮັບຜິດຊອບສ້າງຮ່າງນິຕິກຳ, ພະແນກການທີ່ກ່ຽວຂ້ອງ ປັບປຸງແກ້ໄຂຂໍ້ຕົກລົງດັ່ງກ່າວ ຕາມການປະກອບຄຳຄິດຄຳເຫັນຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ, ຫຼັງຈາກນັ້ນ ຈຶ່ງນໍາເອົານິຕິກຳນີ້ ນໍາສະເໜີຕໍ່ຄະນະປະຈຳສະພາປະຊາຊົນແຂວງ ໂດຍໄວ ເພື່ອອອກມະຕິຮັບຮອງ ແລະ ມອບໃຫ້ທ່ານເຈົ້າແຂວງ ລົງລາຍເຊັນປະກາດໃຊ້ຢ່າງເປັນທາງການ. ພ້ອມນີ້ ກໍຕ້ອງນຳເອົາບັນດາຂໍ້ຕົກລົງດັ່ງກ່າວ ນຳໄປໂຄສະນາເຜີຍແຜ່ ໃນທົ່ວສັງຄົມໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ.

ກອງປະຊຸມ ຍັງໄດ້ຮັບຟັງການອະທິບາຍ, ຊີ້ແຈງຈາກການນຳຂອງແຂວງ, ພະແນກການທີ່ກ່ຽວຂ້ອງ ຕໍ່ກັບຄຳສະເໜີຂອງສະມາຊິກສະພາປະຊາຊົນແຂວງ ທີ່ຕາງໜ້າໃຫ້ແກ່ປະຊາຊົນບັນດາເຜົ່າ ໃນທົ່ວແຂວງ, ໃນໄລຍະດຳເນີນກອງປະຊຸມຄັ້ງນີ້ ຍັງໄດ້ອອກອາກາດ ຖ່າຍທອດສົດບາງເນື້ອໃນທີ່ສຳຄັນ ຜ່ານທາງສະຖານີວິທະຍຸແຂວງບໍລິຄຳໄຊ ລະບົບ FM 101.3 Mh ພ້ອມທັງເປີດກວ້າງການປະກອບຄຳຄິດຄຳເຫັນ, ຄຳສະເໜີຂອງພໍ່ແມ່ປະຊາຊົນບັນດາເຜົ່າ ມາສູ່ກອງປະຊຸມ ໂດຍຜ່ານໂທລະສັບສາຍດ່ວນໝາຍເລກ 054 156 ທີ່ບໍ່ເສຍຄ່າໂທລະສັບ, ຜ່ານການສັງລວມ ມີຄຳສະເໜີມາຍັງກອງປະຊຸມ ທັງໝົດ 11 ສາຍ, ສັງລວມແລ້ວມີ 11 ເລື່ອງ.

About admins16