ຜົນການແຂ່ງຂັນ ມື້ທີ 2 ການແຂ່ງຂັນບານເຕະເຍົາວະຊົນ ອາຍຸບໍ່ເກີນ 17 ປີ ຍິງ-ຊາຍ ຊິງຂັນທ່ານເຈົ້າແຂວງ

ໃນວັນທີ 21 ກັນຍາ 2022 ເຊີ່ງເປັນມື້ທີ 2 ຂອງການແຂ່ງຂັນບານເຕະເຍົາວະຊົນອາຍຸບໍ່ເກີນ 17 ປີ ຍິງ-ຊາຍ ຊີງຂັນທ່ານເຈົ້າແຂວງບໍລິຄຳໄຊ ຍັງສືບຕໍ່ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ແຕ່ລະທີມກໍ່ຫຼີນຢ່າງເຕັມທີ່ ເພື່ອຍາດເອົາໄຊຊະນະ ແລະ ເຂົ້າໄປສູ່ການແຂ່ງຂັນຮອບຕໍ່ໄປໃຫ້ໄດ້.

ຄູ່ທຳອີດຂອງມື້ທີ 2 ທີມບານເຕະຊາຍ ຢູ່ເດີ່ນກິລາເມືອງປາກຊັນ ເປັນການພົບກັນລະຫວ່າງ ທີມມັດທະຍົມສົມບູນໜອງບົວ ພົບ ກັບທີມມັດທະຍົມປາຍປາກຊັນ 2, ການແຂ່ງຂັນເລີ່ມຂຶ້ນພຽງແຕ່ 5 ນາທີທໍາອິດ ເປັນທີມມັດທະຍົມສົມບູນໜອງບົວ ສາມາດຍິງປະຕູຂຶ້ນນໍາໄປກ່ອນ, ເພື່ອຕີສະເໝີໃຫ້ໄດ້ ທີມມັດທະຍົມປາຍປາກຊັນ 2 ໄດ້ເປີດເກັມບຸກຢ່າງເຕັມພິກັດ ແລະ ສາມາດຍິງປະຕູຕີສະເໝີໄດ້ໃນນາທີທີ່ 20, ກ່ອນຈົບເຄີ່ງເວລາທໍາອິດ ທີມມັດທະຍົມສົມບູນໜອງບົວ ຍິງເພີ່ມໄດ້ອີກ 1 ປະຕູເປັນ 2 ປະຕູ ຕໍ່ 1, ເມື່ອຕັ້ງສອງເລີ່ມຂື້ນຕ່າງທີມຕ່າງຜັດປ່ຽນກັນບຸກ, ຜັດປ່ຽນກັນຕັ້ງຮັບ ແຕ່ເປັນທີມມັດທະຍົມສົມບູນໜອງບົວ ຕໍ່ເກມກັນ ແລະ ເປີດເກມບຸກໃສ່ໄດ້ດີກວ່າ ຍິງປະຕູໄດ້ອີກ 1 ປະຕູ, ຈົບເກມທີມມັດທະຍົມສົມບູນໜອງບົວ ເອົາຊະນະທີມມັດທະຍົມປາຍປາກຊັນ 2 ໄປໄດ້ດ້ວຍຄະແນນ 3 ປະຕູ ຕໍ່ 1.

ຄູ່ທີ 2 ທີມມັດທະຍົມປາຍປາກຊັນ 1 ສະເໝີກັບ ທີມມັດທະຍົມສົມໂພນໄຊໃຕ້ ດ້ວຍຄະແນນ 1 ປະຕູ ຕໍ່ 1, ຄູທີ 3 ທີມມັດທະຍົມສົມບູນປາກງຽບ ຊະນະຟາວ ເພາະທີມມັດທະຍົມສົມບູນສີທານາໄຊ ບໍ່ເຂົ້າຮ່ວມການແຂ່ງຂັນ ແລະ ຄູ່ທີ 4 ທີມສະໂມສອນປາກຊັນ FC ເສືອດເອົາຊະນະ ທີມເມືອງປາກກະດິງ 1 ປະຕູ ຕໍ່ 0.

ສຳລັບບານເຕະຍິງ ຢູ່ເດີນກິລາໂຮງຮຽນມັດທະຍົມຕົ້ນໂພສີ, ຄູ່ທຳອີດ ທີມມັດທະຍົມສົມບູນໂພນໄຊ ສາມາດເອົາຊະນະ ທີມມັດທະຍົມຕົ້ນສິນໄຊ ດ້ວຍຄະແນນ 6 ປະຕູ ຕໍ່ 1, ຄູ່ທີ 2 ທີມມັດທະຍົມສົມບູນປາກງຽບ ຊະນະຟາວ ເພາະທີມມັດປາບປາກຊັນ 2 ບໍ່ເຂົ້າຮ່ວມການແຂ່ງຂັນ, ຄູ່ທີ 3 ທີມມັດທະຍົມປາຍປາກຊັນ 1 ເອົາຊະນະ ທີມມັດທະຍົມຕົ້ນໂພສີ 5 ປະຕູ ຕໍ່ 1 ແລະ ຄູທີ 4 ທີມມັດທະຍົມສົມບູນສີທ່ານາໄຊ ກໍ່ເອົາຊະນະ ທີມມັດທະຍົມສົມບູນໜອງບົດ 5 ປະຕູ ຕໍ່ 0.

About admins14