ຜູ້ຮັບສະໝັກເລືອກຕັ້ງ ສສຂ ຊຸດທີ II ປະຈໍາເມືອງວຽງທອງ ລົງຢ້ຽມຢາມພົບປະພໍ່ແມ່ປະຊາຊົນ

ໃນລະຫວ່າງ ວັນທີ 9-11 ກຸມພາ 2021 ທີມງານຮັບສະໝັກເລືອກຕັ້ງ ສສຂ ຊຸດທີ II ປະຈໍາເມືອງວຽງທອງ, ແຂວງບໍລິຄຳໄຊ ໂດຍການນໍາທີມຂອງ ທ່ານ ສົມໃຈ ຊົງລາວ່າງ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ-ຫົວໜ້າອົງການກວດກາລັດເມືອງວຽງທອງ ພ້ອມດ້ວຍຜູ້ສະໝັກທັງ 5 ທ່ານ ໄດ້ລົງພົບປະໂອ້ລົມ ແລະ ສະເໜີຕົວຕໍ່ພໍ່ແມ່ປະຊາຊົນ ບ້ານໂພນເມືອງ, ບ້ານນໍ້າຕ້ອງ, ບ້ານ ນາດີ, ບ້ານ ຫີນໂງ່ນ, ບ້ານ ນາຊວງ ແລະ ບ້ານ ອຸດົມໄຊ ເຊີ່ງມີພໍ່ແມ່ປະຊາຊົນຜູ້ທີມີສິດປ່ອນບັດເລືອກຕັ້ງ ເຂົ້າຮ່ວມ.

ຈຸດປະສົງການລົງຄັ້ງນີ້ ກໍ່ເພື່ອເປັນການລົງພົບປະໂອ້ລົມພໍ່ແມ່ປະຊາຊົນບັນດາເຜົ່າ, ເພື່ອແນະນໍາສະເໜີຕົວຂອງຜູ້ສະໝັກຮັບເລືອກຕັ້ງ, ຜ່ານປະຫວັດຫຍໍ້ໃນການເຄື່ອນໄຫວຂອງແຕ່ລະທ່ານ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຊາບ, ສຶບຕໍ່ປະຕິບັດພາລະບົດບາດສິດ ແລະ ໜ້າທີ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃຫ້ມີລັກສະນະຕໍ່ເນື່ອງເພື່ອປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ຢູ່ໃນໄລຍະການປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ຢູ່ໃນ 6 ບ້ານນີ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ ຊຸດນີ້ທັງໝົດ 2.709 ຄົນ, ຍິງ 1.322 ຄົນ ແລະ ທີມງານຮັບສະໝັກເລືອກຕັ້ງຍັງຈະໄດ້ສືບຕໍ່ລົງໂຄສະນາຫາສຽງ ແລະ ຢ້ຽມຢາມພົບປະປະຊາຊົນແຕ່ລະບ້ານ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າອອກມາໃຊ້ສິດຂອງຕົນປ່ອນບັດເລືອກເອົາ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໃນວັນທີ 21 ກຸມພາ 2021 ນີ້ເພື່ອເຂົ້າເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນໃຫ້ໄດ້ຕາມຄາດໝາຍມາດຕະຖານ-ເງື່ອນໄຂທີ່ກຳນົດໄວ້.

About admin11