ຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ລົງພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງເມືອງວຽງທອງ

ຕອນບ່າຍຂອງວັນທີ 15 ກຸມພາ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງແຂວງບໍລິຄຳໄຊ ຄະນະຜູ້ແທນຮັບສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ IX ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ແລະ ຄະນະຜູ້ແທນຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ່ II ປະຈຳເຂດເລືອກຕັ້ງເມືອງວຽງທອງ ໄດ້ລົງເຄື່ອນໄຫວພົບປະໂອ້ລົມ, ແນະນຳຕົວ ເພື່ອເປັນການໂຄສະນາຫາສຽງການເລືອກຕັ້ງ ສສຊ ແລະ ສສຂ ນໍາພະນັກງານຫຼັກແຫຼ່ງ, ທະຫານ, ຕຳຫຼວດໂດຍການນໍາທີມຂອງ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍລິຄໍາໄຊ ພ້ອມດ້ວຍຜູ້ສະໝັກເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 11 ແລະ ສສຂ ປະຈໍາເມືອງວຽງທອງ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ພັອ ຄໍາແພນ ວິລື້ທໍາ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງວຽງທອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ພະນັກງານ, ທະຫານ-ຕຳຫຼວດ ພາຍໃນເມືອງວຽງທອງເຂົ້າຮ່ວມ.

ທ່ານ ພັອ ຄໍາແພນ ວິລື້ທໍາ  ໄດ້ຂື້ນລາຍງານກ່ຽວກັບຄວາມພ້ອມຂອງຄະຄະອະນຸກໍາມະການຮັບຜິດຊອບບັ້ນເລືອກຕັ້ງ ແລະ ລາຍງານສະພາບລວມໂດຍຫຍໍ້ຂອງເມືອງ.

ທົ່ວເມືອງວຽງທອງມີ 25 ໜ່ວຍປ່ອນບັດ, ມີຜູ້ມີສິດປ່ອນບັດທັງໝົດ 16.499 ຄົນ, ຍິງ 8.111 ຄົນ.

ຈາກນັ້ນ ຜູ້ຮັບສະຫມັກ ສສຊ ແລະ ສສຂ ໄດ້ຜັດປ່ຽນກັນຂື້ນສະເໜີຊື່, ຜ່ານປະຫວັດຫຍໍ້ໃນການເຄື່ອນໄຫວຂອງແຕ່ລະທ່ານ, ພ້ອມທັງຮຽກຮ້ອງໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງເລືອກເອົາ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໃນວັນທີ 21 ກຸມພາ 2021 ນີ້ ໃຫ້ໄດ້ຕາມຄາດໝາຍມາດຖານ-ເງື່ອນໄຂ ແລະ ຮັບປະກັນໃຫ້ໄດ້ຜູ້ແທນ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ເພື່ອປະຊາຊົນ ຢ່າງແທ້ຈິງ.

About admin11