ຜູ້ສະໝັກເລືອກຕັ້ງ ສສຂ ປະຈຳເຂດເລືອກຕັ້ງເມືອງປາກກະດິງ ໄດ້ລົງເຄື່ອນໄຫວຫາສຽງຢ່າງຕໍ່ເນື່ອງ

 

ການລົງເຄື່ອນໄຫວພົບປະກັບພໍ່ແມ່ປະຊາຊົນ ຂອງຜູ້ສະຫມັກເລືອກຕັ້ງ ເປັນສະມາຊິກສະພາ ຖືວ່າເປັນເງື່ອນໄຂ ແລະ ວິທີການຫນຶ່ງ ໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ໄດ້ຮັບຮູ້ການເລືອກເອົາຜູ້ແທນ ເປັນຕົວແທນຂອງຕົນເຂົ້າໄປຢູ່ໃນສະພາ.

ດັ່ງນັ້ນ, ຜູ້ສະໝັກເລືອກຕັ້ງ ສສຂ ປະຈຳເຂດເລືອກຕັ້ງເມືອງປາກກະດິງ ແຂວງບໍລິຄຳໄຊ 6 ທ່ານ, ນຳພາໂດຍ ທ່ານ ໃສຄຳ ທອງລັດ ກຳມະການພັກແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ຄະນະກຳມະການເສດຖະກິດ-ແຜນການ ແລະ ການເງີນ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ 1, ຜູ້ສະຫມັກເບີ 1 ຈຶ່ງໄດ້ລົງເຄື່ອນໄຫວແນະນຳຕົວເອງ ແລະ ສະເຫນີຫຍໍ້ປະຫວັດການເຄື່ອນໄຫວຮັບໃຊ້ຊາດຂອງຕົນໃນໄລຍະຜ່ານມາ, ເປັນການໂຄສະນາຫາສຽງການເລືອກຕັ້ງຢ່າງຕໍ່ເນື່ອງ.

ໃນລະຫວ່າງວັນທີ 14-15 ກຸມພາ 2021 ນີ້ ເປັນມື້ທີ 6 ແລະ ມື້ທີ 7 ທີ່ຄະນະຜູ້ສະຫມັກເລືອກຕັ້ງເປັນ ສສຂ ປະຈຳເຂດເລືອກຕັ້ງເມືອງປາກກະດິງ ໄດ້ລົງຫາສຽງຈາກພໍ່ແມ່ປະຊາຊົນ ຜູ້ມີສິດເລືອກຕັ້ງຢູ່ໜ່ວຍປ່ອນບັດທີ 17 ເຊິ່ງ ມີ: ບ້ານຫ້ວຍເພັດ ແລະ ບ້ານນາພົງ, ໜ່ວຍປ່ອນບັດທີ 16 ມີ: ບ້ານຊ່ອນພັນໄຊ ແລະ ຫ້ວຍໄຮ, ໜ່ວຍປ່ອນບັດທີ 18 ມີ: ບ້ານນ້ຳທອນ, ຄອນສົງ ແລະ ໂພນທອງ, ໜ່ວຍປ່ອນບັດທີ 19 ມີ: ບ້ານນາອິນ ແລະ ບ້ານນາລຽງ.

About admin11