ຜູ້ລົງສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ລົງເຄື່ອນໄຫວ ຢູ່ເມືອງທ່າພະບາດ

ໃນຕອນເຊົ້າຂອງວັນທີ 11 ກຸມພາ 2021 ຜູ້ລົງຮັບສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ໄດ້ເຄື່ອນໄຫວລົງໂຄສະນາຫາສຽງຢູ່ເມືອງທ່າພະບາດ ເຊິ່ງມີ 3 ຈຸດຄື: ຢູ່ບ້ານທວາຍ, ໂຮງຮຽນ 303 ແລະ ສໍານັກງານປົກຄອງເມືອງທ່າພະບາດ.

ນໍາພາເຄື່ອນໄຫວໂດຍ ທ່ານ ນ. ປິ່ງຄໍາ ລາຊະສິມມາ ກໍາມະການຄະນະບໍລິຫານງານພັກສະພາແຫ່ງຊາດ ຮອງປະທານກໍາມະທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ, ມີບັນດາຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງ, ປກຊ-ປກສ, ພະນັກງານລັດຖະກອນ ພ້ອມດ້ວຍພໍ່-ແມ່ປະຊາຊົນ ເຂົ້າຮ່ວມ.

ໃນໂອກາດໄດ້ລົງເຄື່ອນໄຫວໂຄສະນາຫາສຽງ ທ່ານ ພັທ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ໄດ້ລາຍງານການກະກຽມໃຫ້ແກ່ບັ້ນເລືອກຕັ້ງແມ່ນມີຄວາມພ້ອມ 100%, ທົ່ວເມືອງທ່າພະບາດມີ 18 ໜ່ວຍເລືອກຕັ້ງ, ຈໍານວນຜູ້ໄປໃຊ້ສິດປ່ອນບັດເລືອກຕັ້ງໃນວັນທີ 21 ກຸມພາ 2021 ເກນອາຍຸແຕ່ 18 ປີ ຂຶ້ນໄປ ມີ 15,800 ຄົນ.

ຜູ້ລົງສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ມີ 10 ທ່ານ, ຍິງ 2 ທ່ານ ມາຈາກສູນກາງ 3 ທ່ານ ເຊິ່ງມີລາຍຊື່ ດັ່ງນີ້: ທ່ານ ນ. ປິ່ງຄໍາ ລາຊະສິມມາ ( ນໍ້າເບີ 1), ທ່ານ ປອ ສຸວັນນີ ໄຊຊະນະ ( ນໍ້າເບີ 2), ທ່ານ ກົງຈີ ຢ່າງຈື່ (ນໍ້າເບີ 3), ທ່ານ ເລື່ອນວິໄລ ຈັນທະລາພັນ (ນໍ້າເບີ 4), ທ່ານ ພັອ ຄໍາສາຍ ພັນດານຸວົງ (ນໍ້າເບີ 5 ), ທ່ານ ໜູພັນ ອຸດສາ (ນໍ້າເບີ 6 ), ທ່ານ ນ. ຂັນທອງ ພັນທະຈັກ (ນໍ້າເບີ 7 ), ທ່ານ ໂພວາ ພົມມະບຸດດີ ( ນໍ້າເບີ 8 ), ທ່ານ ອຸດົມ ວົງໄກສອນ ( ນໍ້າເບີ 9 ), ທ່ານ ຄໍາປຸ່ນ ສີຫາລາດ ( ນໍ້າເບີ 10 ).

About admin11