ຜູ້ລົງສະໝັກຮັບເລືອກຕັ້ງ ສສຂ ປະຈຳເຂດ ເມືອງທ່າພະບາດ ເຄື່ອນໄຫວລົງໂຄສະນາຫາສຽງ

ໃນວັນທີ 9 ກຸມພາ 2021 ຜູ້ລົງສະໝັກຮັບເລືອກຕັ້ງ ສສຂ ຊຸດທີ 2 ປະຈຳເຂດ ເມືອງທ່າພະບາດ ໄດ້ເລີ່ມລົງເຄື່ອນໄຫວໂຄສະນາຫາສຽງ ຢູ່ 2 ຈຸດ ຄືື: ຈຸດທີ 1 ຕອນເຊົ້າຢູ່ທີ່ບ້ານໜອງເກີນ, ຈຸດທີ 2 ຕອນບ່າຍ ລົງເຄື່ອນໄຫວຢູ່ທີ່ກຸ່ມຜະລິດຄົບວົງຈອນເລກ 1 ( ໜອງໝາກຈັບ ) ນຳທີມໂດຍ ທ່ານ ນາງ ທອງສາ ບຸດດາ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງທ່າພະບາດ, ຄະນະກຳມະການເລືອກຕັ້ງຂັ້ນເມືອງ ພ້ອມດ້ວຍຄະນະ ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ, ອຳນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານດັ່ງກ່າວ ເຂົ້າຮ່ວມ.

ການລົງໂຄສະນາຫາສຽງ ຂອງຜູ້ສະໝັກສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະພາປະຊາຊົນ ແຂວງ ຊຸດທີ 2 ຄັ້ງນີ້ ເພື່ອເປັນການສຶບຕໍ່ປະຕິບັດພາລະບົດບາດ ສິດ ແລະ ໜ້າທີ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃຫ້ມີລັກສະນະຕໍ່ເນື່ອງ ເພື່ອປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ຢູ່ໃນໄລຍະການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ຈະເລີນເຂັ້ມແຂງຂື້ນເລື້ອຍໆ, ການລົງໂຄສະນາຫາສຽງຂອງຜູ້ແທນຮັບສະໝັກເລືອກຕັ້ງ ສສຂ ຊຸດທີ 2 ຄັ້ງນີ້ແມ່ນເຫດການ-ການເມືອງ, ເຫດການປະຫວັດສາດ ທີ່ສຳຄັນທີ່ສຸດຂອງລະບອບປະຊາທິປະໄຕເພື່ອໃຫ້ປະຊາຊົນ ໄດ້ມີໂອກາດໃຊ້ສິດເລືອກເອົາຜູ້ແທນຂອງຕົນຢູ່ໃນສະພາ ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ ເລືອກເອົາຜູ້ແທນທີ່ມີຄວາມຮູ້, ຄວາມສາມາດ ມີມາດຖານເງື່ອນໄຂຄົບຖ້ວນຢ່າງແທ້ຈິງ.

ໃນພິທີດັ່ງກ່າວ ໄດ້ຮັບຟັງການສະເໜີໂຕ ແລະ ຮັບຟັງປະຫວັດການເຄື່ອນໄຫວ ຂອງຜູ້ສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນ ແຂວງ ຊຸດທີ 2 ຈຳນວນ 5 ທ່ານ ໃນການລົງໂຄສະນາຫາສຽງຢູ່ຈຸດທີ 1 ແລະ ຈຸດ ທີ 2 ຂອງເມືອງ.

ບັນດາຜູ້ສະໝັກເລືອກຕັ້ງ ຍັງໄດ້ຮຽກຮ້ອງມາຍັງພະນັກງານລັດຖະກອນ, ນາຍ ແລະ ພົນທະຫານ, ພໍ່ຄ້າຊາວຂາຍ ປະຊາຊົນທີ່ເຂົ້າຮ່ວມ ຜູ້ທີ່ມີສິດປ່ອນບັດເລືອກຕັ້ງ ໃຫ້ພ້ອມກັນມາໃຊ້ສິດຂອງຕົນເອງ, ພ້ອມທັງເລືອກເອົາຜູ້ທີ່ມີເງື່ອນໄຂມາດຖານຄົບຖ້ວນສົມບູນ ເພື່ອໃຫ້ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ເພື່ອຮັບປະກັນໃນບັ້ນເລືອກຕັ້ງ ສສຊ ຊຸດທີ 9 ແລະ ສສຂ ຊຸດ ທີ2 ໃຫ້ສຳເລັດ ແລະ ຮັບປະກັນບໍ່ໃຫ້ມີບັດຕາຍໃຫ້ໄດ້ 100%.

About admin11