ປ້ຳນໍ້າມັນ ປຕທ ເວີນທາດ ຝຶກອົບຮົມວິທີສະກັດກັ້ນ ແລະ ຕ້ານອັກຄີໄພ

ວັນທີ 22 ກໍລະກົດ 2022 ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ປກສ ແຂວງ ບໍລິຄໍາໄຊ, ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານ ອັກຄີໄພ ຢູ່ປ້ຳນໍ້າມັນ ປຕທ ເວີນທາດ ເມືອງ ທ່າພະບາດ ເຊີ່ງນໍາໂດຍ ທ່ານ ພັນໂທ ຄອນສະຫວັນ ຈະເລີນສຸກ ຮັກສາການຫົວໜ້າພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ປກສ ແຂວງ, ພ້ອມທີມງານ, ເຂົ້າຮ່ວມໂດຍ ທ່ານ ບຸນມີ ເທບບູລີ ຜູ້ຈັດການສາງນ້ຳມັນ ປຕທ ເວີນທາດ ພ້ອມດ້ວຍພະນັກງານ ເຂົ້າຮ່ວມ.

ທ່ານ ພັນໂທ ຄອນສະຫວັນ ຈະເລີນສຸກ ໄດ້ກ່າວຈຸດປະສົງ, ຍົກໃຫ້ເຫັນເຖີງສາເຫດ ແລະ ຜົນເສຍຫາຍຈາກການເກີດອັກຄີໄພ ໄຟໄໝ້ຢູ່ຈຸດຕ່າງໆໃນໄລຍະຜ່ານມາ ທີ່ໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນ, ສຸຂະພາບ ແລະ ຊີວິດຂອງປະຊາຊົນບັນດາເຜົ່າ ເປັນຈໍານວນຫຼວງຫລາຍໃນແຕ່ລະປີ, ຍ້ອນເຫັນໄດ້ເຖີງຜົນເສຍຫາຍ ແລະ ໄພອັນຕະລາຍດັ່ງກ່າວ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ຈຶ່ງໄດ້ລົງຝຶກອົບຮົມວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ພະນັກງານ ຢູ່ປ້ຳນໍ້າມັນ ປຕທ ເວີນທາດ, ຈຸດປະສົງ ກໍ່ເພື່ອໃຫ້ຄະນະຮັບຜິດຊອບ ແລະ ພະນັກງານ ໄດ້ນໍາເອົາຄວາມຮູ້ດັ່ງກ່າວໄປໝູນໃຊ້ເຂົ້າໃນການປົກປ້ອງສິດຜົນປະໂຫຍດເພື່ອຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ພ້ອມທັງໄດ້ອະທິບາຍຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພ ວິທີປະຕິບັດເມື່ອເກີດອັກຄີໄພ ການເອົາຕົວລອດ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກສະຖານທີເກີດເຫດ, ວິທີການນໍາໃຊ້ອຸປະກອນຂັ້ນພື້ນຖານໃນການດັບມອດໄຟ ເຊັ່ນ: ການໃຊ້ຜົງເຄມີແຫ້ງ, ການໃຊ້ນໍ້າມອດໄຟ, ເຄມີໂຟມ, ທາດອາຍບໍ່ຕິດໄຟ ແລະ ອື່ນໆ, ອະທິບາຍເຖີງວິທີການກວດກາບັ້ງມອດໄຟ ລະບົບສຽງສັນຍານເຕືອນໄພ ແລະ ລະບົບນໍ້າປະປາທີ່ຕິດຕັ້ງຕາມຈຸດຕ່າງໆ ໃຫ້ຢູ່ໃນສະພາບພ້ອມໃຊ້ງານຢູ່ສະເໝີ.

ຈາກນັ້ນກໍ່ໄດ້ມີການສາທິດ ແລະ ການນໍາໃຊ້ອຸປະກອນມອດໄຟຂັ້ນພື້ນຖານການຈໍາລອງເວລາມີເຫດການໄຟໄໝ້ຈາກຖັງແກັດໃຫ້ບັນດາຜູ້ເຂົ້າຮ່ວມຮັບຊົມ ແລະ ຈັດຕັ້ງລົງມືປະຕິບັດທົດລອງໂຕຈິງໃນການນໍາໃຊ້ບັ້ງມອດໄຟ, ການມອດໄຟຈາກຖັງແກັດ ການແກ້ໄຂສະກັດກັ້ນເຫດການໄຟໄໝ້ຂັ້ນພື້ນຖານ ກ່ອນທີ່ເຈົ້າໜ້າທີ່ດັບເພີງມາຊ່ວຍ, ວີທີຊ່ວຍເຫຼືອຕົນເອງ ແລະ ຜູ້ຖືກເຄາະຮ້າຍອອກຈາກສະຖານທີ່ເກີດເຫດໄດ້ຢ່າງປອດໄພ.

ພາຍຫຼັງຝຶກອົບຮົມສໍາເລັດແລ້ວ ທ່ານ ພັນໂທ ຄອນສະຫວັນ ຈະເລີນສຸກ ກໍ່ໄດ້ມອບໃບຢັ້ງຢືນການຝຶກອົບຮົມວິທີສະກັດກັ້ນ ແລະ ການຕ້ານອັກຄີໄພ ໃຫ້ປ້ຳນໍ້າມັນ ປຕທ ເວີນທາດ ຕາງໜ້າກ່າວຮັບໂດຍ ທ່ານ ບຸນມີ ເທບບູລີ ຜູ້ຈັດການສາງນ້ຳມັນ ປຕທ ເວີນທາດ ເມືອງທ່າພະບາດ ແຂວງບໍລິຄໍາໄຊ.

About admins14