ປູກໝາກມັງກອນ ກໍ່ສາມາດນຳພາຄອບຄົວ ມີເສດຖະກິດດີຂຶ້ນ

ທ່ານ ວັດທະນາ ຂຸນບູລົມ ອາຊີບພະນັກງານ ສັງກັດຢູ່ຫ້ອງວ່າການເມືອງທ່າພະບາດ ຢູ່ບ້ານນາໄຊ ເມືອງທ່າພະບາດ ແຂວງບໍລິຄຳໄຊ ເປັນຄອບຄົວໜຶ່ງທີ່ມີຄວາມດຸໝັ່ນ ຫັນເອົາການຜະລິດທີ່ຕະຫຼາດຕ້ອງການ ເຂົ້າສູ່ຂະບວນຜະລິດຕົວຈິງ,  ໃນຄອບຄົວຂອງທ່ານ ມີ 4 ຄົນ, ລູກ 2 ຄົນ, ແຮງງານຫຼັກ 2 ຄົນ, ນອກຈາກການເຮັດນາປູູກເຂົ້າແລ້ວ ທ່ານໄດ້ທົດລອງເຮັດການຜະລິດໃນຫຼາຍສາຂາທີ່ສັງຄົມຕ້ອງການບໍລິໂພກ ໂດຍການທົດລອງປູກຕົ້ນໝາກມັງກອນ ເປັນອາຊີບເສີມ, ອີກດ້ານໜື່ງ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂື້ນ.

ໃນປີ 2018 ທ່ານໄດ້ມາທົດລອງປູກຈໍານວນ 200 ຂຸມ ໃນເນື້ອທີ່ 2 ໄລ່, ຜ່ານການທົດລອງ ເຫັນວ່າໄດ້ຮັບຜົນດີ ຕົນເອງ ຈຶ່ງໄດ້ຂະຫຍາຍເພີ່ມ, ໃນເດືອນກັນຍາ ປີ 2021 ແມ່ນໄດ້ຮັບທຶນກູ້ຢືມແບບບໍ່ມີດອກເບ້ຍ ຈາກຄະນະບໍລິຫານງານຊາວໜຸ່ມແຂວງ ຈໍານວນ 10.000.000 ກີບ ຈຶ່ງໄດ້ຂະຫຍາຍເພີ່ມ ປັດຈຸບັນມີຕົ້ນໝາກມັງກອນທັງໝົດ 800 ຄັ່ງ ໃນເນື້ອທີ່ 1 ເຮັກຕາ ຄິດສະເລຍລາຍຮັບໃນປະຈຸບັນ ມີລາຍໄດ້ສະເລ່ຍປະມານ 30 – 35 ລ້ານກີບ/ປີ, ເຊີ່ງມາຮອດປະຈຸບັນນີ້ ສາມາດເວົ້້າໄດ້ວ່າ ເສດຖະກິດຄອບຄົວດີຂຶ້ນ ແລະ ຊີວິດການເປັນຢູ່ກໍ່ດີຂື້ນ.

ເພື່ອເປັນການຕິດຕາມ ຜົນການໃຫ້ທຶນຂອງຄະນະບໍລິຫານງານຊາວໝຸ່ມແຂວງ ຕໍ່ຄອບຄົວທ່ານ ວັດທະນາ ຂຸນບູລົມ ໃນວັນທີ 27 ມິຖຸນາ 2022 ທ່ານ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມຄະນະ ໄດ້ລົງຕິດຕາມເບີ່ງຜົນໄດ້ຮັບດັ່ງກ່າວ ແລະ ທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຜົນການຜະລິດທີ່ໄດ້ຮັບໝາກຮັບຜົນສູງ ນຳພາຄອບຄົວໃຫ້ມີການພັດທະນາກ້າວຂື້ນ.

About admins14