ປູກຜັກອິນຊີ ມີລາຍຮັບເຖິງ 60 ລ້ານກວ່າກີບຕໍ່ປີ

ທ່ານ ຄໍາມູນ ສີຄໍາພອນ ຄອບຄົວຕົວແບບປູກຜັກອິນຊີ ໄດ້ລາຍງານຕໍ່ ກອງປະຊຸມໃຫຍ່ອົງຄະນະພັກເມືອງບໍລິຄັນ ຄັ້ງທີ VII ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 3 ມີນາ 2020 ຢູ່ສະໂມສອນເມືອງບໍລິຄັນ.

ທ່ານ ຄໍາມູນ ສີຄໍາພອນ ອາຍຸ 47 ປີ ມີສະມາຊິກໃນຄອບຄົວ 4 ຄົນ, ຍິງ 2 ຄົນ ປະຈຸບັນຢູ່ບ້ານ ຫົວນາ ເມືອງບໍລິຄັນ, ແຕ່ກ່ອນມີອາຊີບເປັນຄູສອນມາໄດ້ 10 ປີ ຢູ່ໂຮງຮຽນປະຖົມ ບ້ານຫົວນາ ເມືອງບໍລິຄັນ ແຂວງບໍລິຄໍາໄຊ, ເມຍເປັນປະຊາຊົນ ມາຮອດປີ 2000 ໄດ້ປະກອບອາຊີບ ເຮັດນາ, ປູກຜັກສວນຄົວພໍແຕ່ກຸ້ມກິນ ໃນປີ 2009 ໄດ້ຫັນມາປູກຢາສູບໃຫ້ບໍລິສັດ ອາແດງລາວ ເຫັນວ່າການສ້າງລາຍຮັບຍັງບໍ່ໄດ້ດີເທົ່າທີ່ຄວນ, ຈື່ງມີແນວຄິດຢາກລິເລີ່ມທຳການຜະລິດຢ່າງອື່ນ ແຕ່ຄວາມຮູ້ທາງດ້ານເຕັກນິກວິຊາການບໍ່ທັນມີ, ມາຮອດປີ 2014 ໄດ້ມີທີມງານຈາກຫອ້ງການກະສິກໍາ ແລະ ປ່າໄມ້ເມືອງບໍລິຄັນ ລົງມາຊຸກຍູ້ສົ່ງເສີມການປູກຜັກອີນຊີໃນເຮືອນຮົ່ມ ແລະ ໄດ້ນຳພາໄປທັດສະນະສຶກສາເບິ່ງການປູກຜັກອິນຊີໃນເຮືອນຮົ່ມຢູ່ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ຫຼັງຈາກນັ້ນ ຈຶ່ງໄດ້ມາຈັດຕັ້ງເປັນກຸ່ມການຜະລິດ, ໃນເບື້ອງຕົ້ນມີ 6 ຄອບຄົວ, ມີ 35 ເຮືອນຮົ່ມ, ເນື້ອທີ່ 3 ໄລ່ ເຊິ່ງໄດ້ຮັບທຶນຈາກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຈຳນວນ 12 ລ້ານກີບ, ຕໍ່ມາປີ 2015 ໄດ້ຮັບທຶນຈາກກອງທຶນປ່າຜະລິດ ຈໍານວນ 32 ລ້ານກີບ ປີ 2017 ໄດ້ຮັບທຶນຈາກໂຄງການອຸດຕຸການກະເສດຈໍານວນ 12 ລ້ານກີບ, ໄດ້ຜະລິດຜັກຈຳໜ່າຍພາຍໃນເມືອງຕະຫຼອດມາ ແລະ ໄດ້ຈັດງານຕະຫຼາດນັດຂາຍຜັກອີນຊີຂື້ນໃນຄັ້ງວັນທີ 1 ມີຖຸນາ 2015 ຢູ່ຕະຫຼາດເມືອງ, ຜ່ານການຕິດຕາມກວດກາ ດ້ານວິຊາການ ຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ແຂວງ ໄດ້ປະກອບເອກະສານສະເໜີຂັ້ນເທີງ (ກົມປູກຝັງ) ເພື່ອອອກໃບຢັ້ງຢືນການຜະລິດຜັັກອິນຊີ ແລະ ໄດ້ຈັດພິທີປະກາດເປັນກຸ່ມປູກຜັກອິນຊີໃນວັນທີ 26 ມິຖຸນາ 2018 ຕາມລະບົບກະສິກໍາອິນຊີ.

ໃນການລິເລີ່ມເບື້ອງຕົ້ນ ແມ່ນຂ້ອນຂ້າງຫຍຸ້ງຍາກໃນການຈຳໝ່າຍ, ຂາຍບໍ່ໄດ້ດີ, ຕະຫຼາດບໍ່ທັນກວ້າງຂວາງ, ສັງຄົມບໍ່ທັນຍອມຮັບ, ໃນປີທໍາອິດ ສະເພາະຄອບຄົວຂອງຂ້າພະເຈົ້າມີ 3 ເຮືອນຮົ່ມ, ສາມາດສ້າງລາຍຮັບໄດ້ພຽງ 20 ລ້ານກີບ, ມາຮອດປີ 2019 ເຫັນວ່າຄວາມຕ້ອງການຂອງຕະຫລາດເພີ່ມຂຶ້ນ ຈຶ່ງຂະຫຍາຍການຜະລິດອອກເປັນ 17 ເຮືອນຮົ່ມ, ສະໜອງໃຫ້ແກ່ຕະຫຼາດ ແລະ ສ້າງລາຍຮັບໄດ້ 60 ລ້ານກ່ວາກີບຕໍ່ປີ, ໃນປະຈຸບັນເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ, ມີເຮືອນຢູ່ແໜ້ນໜາຖາວອນ 1 ຫຼັງ, ລົດໃຫຍ່ 1 ຄັນ, ລົດໄຖນາເດີນຕາມ 1 ຄັນລົດຈັກ 3 ຄັນ ແລະ ສົ່ງເສີມໃຫ້ລູກເຂົ້າຮຽນຕາມເກນອາຍຸ.

ຜ່ານມາໄດ້ມີຫຼາຍພາກສ່ວນທີ່ໄດ້ມາຖອດຖອນບົດຮຽນຄວາມຮູ້, ເຕັກນິກການສ້າງເຮືອນຮົ່ມ, ເຕັກນິກການຜະລິດຝຸ່ນຊີວະພາບຢູ່ທີ່ສວນຂ້າພະເຈົ້າຫຼາຍຄັ້ງ ເຊັ່ນ: ຊາວກະສິກອນ ເຂດພູຄຳ, ກຸ່ມປູກຜັກໃນເຮືອນຮົ່ມບ້ານນາກຸນ, ໂຄງການເຂື່ອນໄຟຟ້ານ້ຳງຽບ 1, ກອງບັນຊາການທະຫານແຂວງບໍລິຄໍາໄຊ ແລະ ບຸກຄົນຈໍານວນຫຼາຍທີ່ມີຄວາມສົນໃຈ.

About admin12