ປຶກສາຫາລື ແຜນສ້າງນິຕິກຳຂັ້ນແຂວງ ປະຈຳ 5 ປີ ຂອງແຂວງ

ກອງປະຊຸມປຶກສາຫາລື ແຜນສ້າງນິຕິກຳຂັ້ນແຂວງ ປະຈຳ 5 ປີ ( 2021 – 2025 ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ເມສາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ທ່ານນາງ ສີໄຄ ສີປະເສີດ ຮອງປະທານສະພາປະຊາຊົນແຂວງ, ມີຄະນະຮັບຜິດຊອບນິຕິກຳຂັ້ນແຂວງ, ສະມາຊິກສະພາປະຊາຊົນແຂວງ, ພະແນກການອ້ອມຂ້າງແຂວງ ແລະ ຂະແໜງການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.

ເພື່ອເປັນການຫ້າງຫາກະກຽມກຳນົດຫົວຂໍ້ນິຕິກຳ ເຂົ້າໃນແຜນສ້າງ 5 ປີຕໍ່ໜ້າ ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ຊີ້ແຈງ, ຢັ້ງຢືນເຫດຜົນ ແລະ ຄວາມຈຳເປັນຂອງການສືບຕໍ່ປັບປຸງ ບາງເນື້ອໃນຂອງນິຕິກຳຈຳນວນໜຶ່ງ ທີ່ໄດ້ອະນຸມັດ ແລະ ນຳໃຊ້ຜ່ານມາ, ເຊິ່ງໄລຍະ 5 ປີຜ່ານມາ ແຂວງບໍລິຄຳໄຊ ໄດ້ກຳນົດຫົວຂໍ້ເຂົ້າໃນແຜນສ້າງນິຕິກຳຂອງແຂວງ ທັງໝົດ 11 ຫົວຂໍ້ 19 ສະບັບ ເຊັນຮັບຮອງແລ້ວ 18 ສະບັບ ຍັງ 1 ສະບັບ ລໍຖ້າອະນຸມັດ ເຫັນວ່າປະຕິບັດໄດ້ລື່ນຄາດໝາຍ.

ແຜນໃນ 5 ປີຕໍ່ໜ້ານີ້ ຈະໄດ້ສະເໜີປັບປຸງໃໝ່ ມີ 6 ຫົວຂໍ້ ຕິດພັນກັບ 3 ພະແນກການ ແລະ ສະເໜີສ້າງໃໝ່ ມີ 24 ຫົວຂໍ້ ຕິດພັນກັບ 14 ພະແນກ ລວມ 30 ຫົວຂໍ້ ເປັນຕົ້ນແມ່ນ ຂໍ້ຕົກລົງຂອງທ່ານເຈົ້າແຂວງທີ່ຈະສ້າງໃໝ່ຄື: ຂໍ້ຕົກລົງວ່າດ້ວຍການຮັບຮອງລະບຽບການເກັບຄ່າທຳນຽມທາງ ແລະ ຄ່າບໍລິການ ດ່ານຊາຍແດນ ພາຍໃນແຂວງບໍລິຄຳໄຊ, ການປັບໄໝຜູ້ລະເມີດຕໍ່ສິ່ງແວດລ້ອມ, ວ່າດ້ວຍການຄຸ້ມຄອງດິນກະສິກຳ, ນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນຄ່າເສຍຫາຍທີ່ສົ່ງຜົນກະທົບຕໍ່ຊັບສິນຂອງປະຊາຊົນ ໃນເຂດໂຄງການພັດທະນາອ່າງຫ້ວຍສຽດ, ແຜນດຳເນີນງານການນຳໃຊ້ຫວາຍ ແລະ ໄມ້ປ່ອງ ແບບຢືນຍົງ, ສະເພາະສະບັບປັບປຸງມີຄື: ການປະເມີນຫົວໜ່ວຍລາຄາທີ່ດິນ, ການຄຸ້ມຄອງ ແລະ ພັດທະນາດິນກະສິກຳ ໃນຂົງເຂດຊົນລະປະທານ, ການຄິດໄລ່ເກັບຄ່າຊັບພະຍາກອນປ່າໄມ້, ພັນທະປູກໄມ້ທົດແທນຄືນ ແລະ ຄ່າຄຸ້ມຄອງປະເພດເຄື່ອງປ່າຂອງດົງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການມີສ່ວນຮ່ວມຂອງສັງຄົມໃນວຽກງານສຶກສາ ແລະ ອື່ນໆ.

ພ້ອມນີ້ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນປຶກສາຫາລືໃນແຕ່ລະຫົວຂໍ້ຢ່າງກົງໄປກົງມາ ແລະ ຫຼັງຈາກທີ່ເອກະພາບກັນກ່ຽວກັບຫົວຂໍ້ແລ້ວ ຈະໄດ້ນຳໄປສະເໜີຕໍ່ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ 2 ພິຈາລະນາ ຊຶ່ງຈະໄດ້ໄຂຂຶ້ນໃນ ລະຫວ່າງວັນທີ 7-8 ເມສາ 2021 ນີ້.

About admins16