ປຶກສາຫາລື ແຜນຈັດສັນຄຸ້ມຄອງນຳໃຊ້ ທີ່ດິນກະສິກຳ ແລະ ປ່າໄມ້ ພາຍໃນ ແລະ ບໍລິເວນລຽບຕາມເຂດແດນປ່າສະຫງວນແຫ່ງຊາດນ້ຳກະດິງ

ໃນວັນທີ 9 ກັນນາ 2022 ຢູ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ໄດ້ຈັດກອງປະຊຸມ ປຶກສາຫາລືແຜນຈັດສັນຄຸ້ມຄອງນຳໃຊ້ ທີ່ດິນກະສິກຳ ແລະ ປ່າໄມ້ ພາຍໃນ ແລະ ບໍລິເວນລຽບຕາມເຂດແດນປ່າສະຫງວນແຫ່ງຊາດນ້ຳກະດິງ ຮູບແບບມີສ່ວນຮ່ວມ, ເຂົ້າຮ່ວມໂດຍ ທ່ານ ບຸນຍັງ ອຸ່ນຊຽງໃຫມ່ ຮອງເຈົ້າເມືອງປາກກະດິງ, ທ່ານ ສອນໄຊ ພົມມະວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ທ່ານ ຄິດສະພິນ ຊ່ຽວຊານ ໂຄງການຄຸ້ມຄອງລະບົບນິເວດວິທະຍາ ແລະ ສັດປ່າແບບປະສົມປະສານ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ – ຂັ້ນເມືອງ ພ້ອມດ້ວຍການຈັດຕັ້ງບ້ານນາພົງ, ນາຫີນ, ນາບວຍ, ນ້ຳເດື່ອ ແລະ ບ້ານຫ້ວຍເລິກ ເຂົ້າຮ່ວມ.

ກອງປະຊຸມ ໄດ້ລາຍງານທີ່ຕັ້ງ ແລະ ຈຸດພິເສດຂອງ 5 ບ້ານເປົ້າໝາຍ, ພ້ອມທັງແນະນຳເຂດແດນປ່າສະຫງວນ-ປ່າປ້ອງກັນ ແລະ ເຂດດິນກະສິກຳ, ເຊີ່ງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນຮ່ວມກັນຢ່າງກົງໄປກົງມາ ໂດຍຍົກເອົາບັນຫາທີ່ພົບເຫັນໃນໄລຍະຜ່ານມາ ໂດຍສະເພາະແມ່ນການບຸກລຸກປ່າສະຫງວນຂອງພໍ່ແມ່ປະຊາຊົນ,  ປຶກສາຫາລືຫາທາງອອກຮ່ວມກັນ ພ້ອມທັງກຳນົດເຂດຜະລິດກະສິກຳຄົງທີ່, ເຂດທົ່ງຫຍ້າທຳມະຊາດ ເພື່ອການລ້ຽງສັດໃຫຍ່, ເຂດປູກພືດເສດຖະກິດ, ເຂດອະນຸລັກປ່າໄມ້, ກ້າວໄປເຖີງການຮັບຮູ້ສິດຂອງການຊົມໃຊ້ການກະສິກຳໃນທີ່ດິນປ່າໄມ້ ໃນຮູບແບບຂອງສັນຍາ ເພື່ອຈັດສັນທີ່ດິນໃຫ້ປະຊາຊົນບັນດາເຜົ່າໄດ້ມີທີ່ຢູ່ອາໃສ, ມີບ່ອນທຳການຜະລິດທີ່ຖາວອນ, ຄຽງຄູ່ກັບການພັດທະນາເສດຖະກິດ – ສັງຄົມຂອງຄອບຄົວພາຍໃນບ້ານ ແລະ ມີສ່ວນຮ່ວມໃນການປົກປັກຮັກສາປ່າໄມ້ -ປ່າສະຫງວນແຫ່ງຊາດນ້ຳກະດິງ ໃຫ້ຄຽງຄູ່ຢູ່ກັບພວກເຮົາຕະຫຼອດໄປ.

About admins14