ປຶກສາຫາລື ການພັດທະນາແຫຼ່ງທ່ອງທ່ຽວຢູ່ແຂວງບໍລິຄຳໄຊ

ກອງປະຊຸມປຶກສາຫາລື ຍົກລະດັບວຽກງານການທ່ອງທ່ຽວ ແລະ ກຳນົດກິດຈະກຳການທ່ອງທ່ຽວ ເຂົ້າໃນປະຕິທິນລາວທ່ຽວລາວ ປີ 2021 ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2020 ຢູ່ຫ້ອງປະຊຸມພະແນກ ຖວທ ແຂວງ ເຂົ້າຮ່ວມໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ແລະ ທ່ານ ອຸດອນ ສອນສຸລີນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີທ່ານ ອຸດອນ ສອນສຸລີນ ໄດ້ສະເໜີໂດຍຫຍໍ້ກ່ຽວກັບວຽກງານການທ່ອງທ່ຽວ ວ່າບໍລິຄຳໄຊເປັນແຂວງໜຶ່ງທີ່ມີທ່າແຮງ ໃນການພັດທະນາການທ່ອງທ່ຽວ ເພາະເປັນຈຸດກີ່ວທີ່ສຸດຂອງປະເທດ ເຊິ່ງມີຊາຍແດນຕິດກັບ 2 ປະເທດ ແລະ ເປັນຈຸດເຊື່ອມຕໍ່ລະຫວາງບັນດາແຂວງພາຍໃນປະເທດ, ສະພາບພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ກໍ່ໄດ້ຮັບການພັດທະນາເປັນຢ່າງດີ, ສະພາບແວດລ້ອມ ກໍ່ຍັງຄົງມີຄວາມອຸດົມສົມບູນ ໃນທົ່ວແຂວງມີແຫຼ່ງທ່ອງທ່ຽວທັງໝົດ 117 ແຫ່ງ ໃນນັ້ນແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ 3 ແຫ່ງ, ວັດທະນະທຳ 13 ແຫ່ງ ແລະ ແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດ 101 ແຫ່ງ, ໂດຍໄດ້ເປີດໃຫ້ໃຊ້ບໍລິການແລ້ວ 25 ແຫ່ງ, ພ້ອມນັ້ນຍັງໄດ້ວາງຫຼາຍແຜນການສຳຄັນ ໃນການພັດທະນາການທ່ອງທ່ຽວ ເປັນຕົ້ນແມ່ນພັດທະນາການບໍລິການ ຢູ່ເມືອງປາກຊັນ ເຂດສົ້ນຂົວແຫ່ງທີ່ 5, ການທ່ອງທ່ຽວທຳມະຊາດ-ປະຫວັດສາດ ເມືອງທ່າພະບາດ, ພັດທະນາແຫຼ່ງທ່ອງທ່ຽວ ຕາມເສັ້ນທາງ 1E ຫາ 1D, ໂຄງການພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ ເມືອງໄຊຈຳພອນ ແລະ ອື່ນໆ.

ໃນກອງປະຊຸມຍັງໄດ້ມີການສະເໜີ, ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ໃນຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນການສ້າງຈຸດເດັນຂອງເມືອງ, ຂອງແຂວງ ເພື່ອດຶງດູດນັກທ່ອງທ່ຽວ, ການກຽມຄວາມພ້ອມ ແລະ ການຍົກລະດັບຄຸນນະພາບ ຂອງວຽກງານບໍລິການການທ່ອງທ່ຽວ, ການໂຄສະນາການທ່ອງທ່ຽວລາວທ່ຽວລາວ ແລະ ວຽກງານອື່ນໆ. ໂອກາດທີ່ລົງມາເຄື່ອນໄຫວເຮັດວຽກຄັ້ງນີ ທາງກົມໂຄສະນາການທ່ອງທ່ຽວ ຍັງໄດ້ນຳກະເປົາຜ້າ ແລະ ໜັງສືລາວທ່ຽວລາວ ມາມອບໃຫ້ພະແນກ ຖວທ ແຂວງ.

About admins14