ບໍລິຄຳໄຊ ປຶກສາຫາລື ການຈັດຕັ້ງປະຕິບັດຜັນຂະຫຍາຍວາລະແຫ່ງຊາດ

ກອງປະຊຸມປຶກສາຫາລື ການຈັດຕັ້ງປະຕິບັດຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ -ການເງິນ ແລະ ການສະກັດກັ້ນແກ້ໄຂບັນຫາຢາເສບຕິດ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 6 ກັນຍາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ມີຄະນະບໍລິຫານງານພັກແຂວງ, ສະພາປະຊາຊົນແຂວງ, ຫົວໜ້າພະແນກການ – ກົມກອງ ອົງການຈັດຕັ້ງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ວາລະແຫ່ງຊາດ ແມ່ນການແກ້ໄຂບັນຫາສໍາຄັນ – ຈໍາເປັນ ແລະ ຮີບດ່ວນຂອງຊາດ ທີ່ໄດ້ສະສົມມາຫຼາຍປີໃຫ້ຜ່ອນຄາຍລົງ ໂດຍໃຫ້ຖືເອົາການແກ້ໄຂບັນຫາດັ່ງກ່າວເປັນໜ້າທີ່ – ພັນທະ ແລະ ຄວາມຮັບຜິດຊອບຂອງໝົດທຸກພາກສ່ວນໃນສັງຄົມ ທັງເປັນການຜັນຂະຫຍາຍມິຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງເລິກເຊິ່ງ ແລະ ຮອບດ້ານ.

ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ໄລຍະ ປີ 2021 – 2023 ແມ່ນວຽກງານອັນຮີບດ່ວນ ທີ່ລັດຖະບານກໍານົດອອກ ເພື່ອລະດົມໃຫ້ກໍ່ສ້າງກໍາລັງແຮງທົ່ວສັງຄົມ ເຂົ້າໃນການແກ້ໄຂບັນຫາດັ່ງກ່າວ ແລະ ໜີ້ສິນສາທາລະນະ ໃຫ້ຖືເອົາການແກ້ໄຂບັນຫານີ້ ເປັນໜ້າທີ່ໃຈກາງຂອງທົ່ວພັກ – ທົ່ວລັດ ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ.

ໃນຕອນທ້າຍກອງປະຊຸມ ທ່ານເຈົ້າແຂວງ ຍັງໄດ້ເນັ້ນໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ເພີ່ມທະວີ ຮີບຮ້ອນເປັນເຈົ້າການ ນໍາເອົາສອງວາລະແຫ່ງຊາດດັ່ງກ່າວ ໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍຢູ່ບັນດາພະແນກການ, ກົມກອງ ຂອບເຂດຄວາມຮັບຜິດຊອບຂອງຕົນ ຢ່າງເລິກເຊິງກ້ວາງຂວາງ ພ້ອມທັງຍົກສູງຄວາມຮັບຜິດຊອບ ຈັດຕັ້ງຜັນຂະຫຍາຍ ເປັນມາດຕະການ ພ້ອມທັງຕິດຕາມ, ກວດກາປະເມີນຜົນ ແລະ ຖອດຖອນບົດຮຽນຢ່າງເປັນປົກກະຕິ.

ຈຸດປະສົງ ກໍ່ເພຶ່ອແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດ ແກ້ໄຂວຽກງານໃນຕໍ່ໜ້າ ໄດ້ຮັບການປັບປຸງປ່ຽນແປງ ມີຄວາມຖືກຕ້ອງສອດຄ່ອງ ເຂັ້ມງວດ ໂປ່ງໃສ ຖືກຕ້ອງຕາມລະບຽບການ ແລະ ທິດຊີ້ນໍາທີ່ຂັ້ນເທິງວາງອອກໃນແຕ່ລະໄລຍະ.

About admins16