ປຶກສາຫາລືການນຳໃຊ້ທີ່ດິນ 8 ປະເພດ ຕິດພັນກັບການພັດທະນາເມືອງໄຊຈຳພອນ ເປັນເມືອງເປັນຕົວແບບຂອງການພັດທະນາຊົນນະບົດໃໝ່

 

ໃນຕອນເຊົ້າຂອງວັນທີ 8 ທັນວາ 2020 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປຶກສາຫາລືການນຳໃຊ້ທີ່ດິນ 8 ປະເພດ ເພື່ອວາງແຜນການນຳໃຊ້ທີ່ດິນໃນການສ້າງເມືອງໄຊຈຳພອນ ເປັນຕົວແບບຂອງການພັດທະນາຊົນນະບົດໃໝ່ຂອງລັດຖະບານ ໂດຍການເປັນປະທານ ຂອງ ທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ, ທ່ານ ແກ້ວວົງເດືອນ ພັນທະນູສີ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງບໍລິຄຳໄຊ, ມີພາກສ່ວນຫ້ອງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ແຕ່ລະພາກສ່ວນກໍ່ໄດ້ມີຄຳເຫັນເຂົ້າໃນບົດບັນທຶກ ຄື: ຫ້ອງການກະສິກໍາ – ປ່າໄມ້ເມືອງ ວິເຄາະສະພາບການຜະລິດ, ທິດທາງຈັດສັນທີ່ດິນ, ເນື້ອທີ່ດິນປຸກຝັງ, ລ້ຽງສັດ, ການກໍານົດໂຄງການປ່າປ້ອງກັນນ້ຳມ່ວນຕອນເໜືອ, ນ້ຳງຽບ 1 ແລະ ເຂດອານຸລັກພູສີທົນ ເຊິ່ງກວມເອົາ 30 ພັນເຮັກຕ່າ, ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ໄດ້ສະຫລຸບປະເມີນໂຄງລ່າງ ເສັ້ນທາງ, ລະບົບນ້ຳປະປາ ແລະ ເນື້ອທີ່ຂອບເຂດຜັງເມືອງໃໝ່ນ້ຳອ້ອນ, ພ້ອມນັ້ນ ຫ້ອງການອື່ນໆ ກໍ່ໄດ້ມີຄຳເຫັນປະກອບຕໍ່ກັບເນື້ອທີ່ດິນທີ່ຕ້ອງການແຕ່ລະຈຸດ, ແຕ່ລະເຮັກຕ່າ, ບ້ານທີ່ມີແຜນສ້າງຢ່າງລະອຽດ ເຊິ່ງເຫັນໄດ້ວ່າ ເມືອງໄຊຈຳພອນ ມີທ່າແຮງທີ່ຈະສ້າງເປັນຕົວແບບຂອງການພັດທະນາຊົນນະບົດໃໝ່ຂອງລັດຖະບານ.

ໃນຕ້ອນທ້າຍຂອງກອງປະຊຸມ ກໍ່ໄດ້ຮັບຟັງການໂອ້ລົມຈາກປະທານ ເຊີ່ງທ່ານໄດ້ຊີ້ນຳໃຫ້ແຕ່ລະພາກສ່ວນ ກຳນົດເນື້ອທີ່ຂອງຕົນເອງທີ່ຈະວາງແຜນການນຳໃຊ້ທີ່ດິນໃນການສ້າງເມືອງໄຊຈຳພອນ ເປັນຕົວແບບຂອງການພັດທະນາຊົນນະບົດໃໝ່ຂອງລັດຖະບານ, ພ້ອມນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ້ມືອງ ສຶບຕໍ່ລົງສຳຫຼວດກຳນົດເຂດທ່ອງທ່ຽວ ເພື່ອສ້າງເປັນທ່າແຮງໜຶ່ງໃນການພັດທະນາ ແລະ ດຶງດູດການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ.

 

About admin11