ປຶກສາຫາລືກັບຄູ່ຮ່ວມມື ວຽກງານສ້າງຄວາມເຂັ້ມແຂງໃຫ້ພາກລັດ

ກອງປະຊຸມ ການມອບໂອນຄວາມຮັບຜິດຊອບທືນ ແລະ ການຈັດຕັ້ງປະຕິບັດ ວຽກງານສ້າງຄວາມເຂັ້ນແຂງ ແລະ ການບໍລິຫານຄຸ້ມຄອງວຽກງານ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ກຸມພາ 2021 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີບັນດາພະແນກການອ້ອມຂ້າງ, ຂະແໜງການ ແລະ ພະນັກງານວິຊາການກ່ຽວຂ້ອງ ເຂົ້າຮ່ວມ.

ເພື່ອແນະນໍາຫຼັກການ ແລະ ຂະບວນການໃນການຈັດຕັ້ງປະຕິບັດວຽກງານສ້າງຄວາມເຂັ້ມແຂງໃຫ້ພາກລັດ( R1 ), ປຶກສາຫາລືກັບຄູ່ຮ່ວມມື ກໍ່ຄືພະແນກການອ້ອມຂ້າງແຂວງ ແລະ ບັນດາຂະແໜງການພາຍໃນພະແນກແຜນການ ແລະ ການລົງທຶນ ກ່ຽວກັບການມອບທຶນ ແລະ ຄວາມຮັບຜິດຊອບ ໃຫ້ໜ່ວຍງານທີ່ກ່ຽວຂ້ອງກັບກິດຈະກໍາໃນວຽກ R1 ຂອງແຜນງານລາວ/030 ປະຈໍາປີ 2021 ພ້ອມທັງວາງແຜນຮ່ວມກັນໃນການດໍາເນີນກິດຈະກໍາໃນໄລຍະຕໍ່ໄປ, ຊຶ່ງສັນຍາມອບໂອນຄວາມຮັບຜິດຊອບໃນວຽກດັ່ງກ່າວ ໄດ້ລົງນາມໂດຍ ອົງການລັກເດບ ແລະ ກົມແຜນການ, ກະຊວງແຜນການແລະການລົງທືນໃນວັນທີ 31 ທັນວາ 2020 ທີ່ຜ່ານມາ.

ງົບປະມານທັງໝົດທີ່ແຂວງເຮົາໄດ້ຮັບແມ່ນ 4,3 ຕື້ກີບ, ໄລຍະການຈັດຕັ້ງປະຕິບັດ ແມ່ນ 14 ເດືອນ, ເລີ່ມແຕ່ວັນທີ 1 ມັງກອນ 2021 ແລະ ຈະສີ້ນສຸດໃນວັນທີ 28 ກຸມພາ 2022, ໃນວຽກສ້າງຄວາມເຂັ້ມແຂງນີ້ ກິດຈະກຳສ່ວນໃຫຍ່ຈະຖືກຈັດຕັ້ງປະຕິບັດໂດຍຄູ່ຮ່ວມມື ກໍ່ຄືພະແນກການກ່ຽວຂ້ອງ ໂດຍຜ່ານສັນຍາການຈັດຕັ້ງປະຕິບັດ ຫຼື ຮ້ອງຫຍໍ້ວ່າ IA ( Implementation agreement) ພະແນກແຜນການຈະປະຕິບັດພາລະບົດບາດກ່ຽວກັບການປະສານງານ, ຕິດຕາມ, ກວດກາ, ແລະ ລາຍງານໃຫ້ອົງການຜູ້ໃຫ້ທຶນ.

ເອກະສານມອບໂອນຄວາມຮັບຜິດຊອບທືນ ແລະ ການຈັດຕັ້ງປະຕິບັດ ໂດຍມີຂັ້ນຕອນໃນການຈັດຕັ້ງຄື: ການປະຊຸມຫາລືກັບຄູ່ຮ່ວມມືທີ່ກ່ຽວຂ້ອງ (DAFI), ເຮັດຂໍ້ຕົກລົງການຈັດຕັ້ງປະຕິບັດ (IA), ການຂຽນບົດສະເໜີກິດຈະກຳ ແລະ ແຜນວຽກ, ການຈັດຕັ້ງປະຕິບັດກິດຈະກໍາ, ການສະຫນັບສະໜູນ ແລະ ຕິດຕາມປະເມີນ, ການສະຫຼຸບບົດລາຍງານກິດຈະກໍາ ແລະ ກຽມເຮັດບົດສະເໜີກິດຈະກໍາໃໝ່.

ພ້ອມນີ້ ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດເຫັນຈາກພາກສ່ວນກ່ຽວຂ້ອງຢ່າງກົງໄປກົງມາ ໃນການຈັດຕັ້ງປະຕິບັດວຽກງານສ້າງຄວາມເຂັ້ມແຂງໃຫ້ພາກລັດ ແລະ ຈະໄດ້ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

About admins16