ປຶກສາຫາລືກະກຽມກອງປະຊຸມໃຫຍ່ ຄັ້ງທີ 3 ສະມາຄົມນັກປະພັນສາຂາແຂວງບໍລິຄຳໄຊ

ກອງປະຊຸມ ປຶກສາຫາລືໃສ່ຮ່າງຂໍ້ຕົກລົງກຽມກອງປະຊຸມໃຫຍ່ ຄັ້ງທີ 3 ຂອງສະມາຄົມນັກປະພັນແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 05 ສິງຫາ 2022 ຢູ່ຫ້ອງປະຊຸມຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ເຄນ ລໍມະນີ ຄະນະບໍລິຫານງານສະມາຄົມນັກປະພັນລາວ ປະທານສະມາຄົມນັກປະພັນລາວສາຂາແຂວງບໍລິຄຳໄຊ, ມີຮອງປະທານສະມາຄົມນັກປະພັນແຂວງ, ສະມາຊິກສະມາຄົມນັກປະພັນແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງກໍ່ເພື່ອປຶກສາຫາລືກັນ ໃນການກະກຽມໃສ່ຮ່າງຂໍ້ຕົກລົງກຽມກອງປະຊຸມໃຫຍ່ ຄັ້ງທີ 3 ຂອງສະມາຄົມນັກປະພັນແຂວງບໍລິຄຳໄຊ ເປັນຕົ້ນແມ່ນຮ່າງບົດລາຍງານ, ກອງເລຂາ, ການແຕ່ງຕັ້ງຄະນະຮັບຜິດຊອບກອງປະຊຸມ, ພ້ອມນີ້ ຍັງໄດ້ຮັບຟັງການຜ່ານຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມດຳເນີນກອງປະຊຸມໃຫຍ່.

ຈາກນັ້ນ ຍັງໄດ້ຮັບຟັງການປະກອບຄຳຄິດເຫັນຈາກສະມາຊິກນັກປະພັນສາຂາແຂວງ ແລະ ບັນດາຂະແໜງການກ່ຽວຂ້ອງ ໂດຍສະເພາະການນຸ່ງຖືເຂົ້າຮ່ວມກອງປະຊຸມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະຖານທີ່, ການສ້າງຂະບວນການຕ່າງໆ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ແລະ ວຽກງານອື່ນໆ. ທັງນີ້ ກໍ່ເພື່ອຮັບປະກັນໃຫ້ກອງປະຊຸມໃຫຍ່ດັ່ງກ່າວ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

About admins16