ປີ 2021 ສານປະຊາຊົນແຂວງ ແລະ ເຂດໄດ້ຮັບສໍານວນຄະດີໃໝ່ 400 ກວ່າເລື່ອງ

ໃນວັນທີ 6 ມັງກອນ 2022 ເຊິ່ງເປັນມື້ທີ 2 ຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ທີ່ໄດ້ຈັດຂຶ້ນຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ທ່ານ ໄລລາທອງ ຂັນຕິຍະລາດ ປະທານສານປະຊາຊົນແຂວງ ໄດ້ລາຍງານວຽກງານຂອງຕົນ ກ່ຽວກັບການເຄື່ອນໄຫວ ປະຈຳປີ 2021 ຕໍ່ກອງປະຊຸມດັ່ງກ່າວ.

ໃນໄລຍະຜ່ານມາ ໄດ້ປະສານສົມທົບກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ເພື່ອເກັບກໍາຂໍ້ມູນຫຼັກຖານໃຫ້ລະອຽດຄົບຖ້ວນ, ສ້າງຄວາມເຂົ້າໃຈບໍ່ເປັນເອກະພາບທາງດ້ານກົດໝາຍ ຫຼື ຂໍ້ມູນຫຼັກຖານ, ຊອກຫາວິທີແກ້ໄຂຮ່ວມກັນເຮັດໃຫ້ການດໍາເນີນຄະດີ ມີຄວາມຊັດເຈນວ່ອງໄວຂຶ້ນ.

ໃນໄລຍະ 1 ປີຜ່ານມາ ສານປະຊາຊົນແຂວງ ແລະ ເຂດ ໄດ້ຮັບສໍານວນຄະດີທັງໝົດ 457 ເລື່ອງ, ເປັນຄະດີເຂົ້າໃໝ່ 401 ເລື່ອງ ໃນນັ້ນ ເປັນຂັ້ນຕົ້ນ 379 ເລື່ອງ, ເປັນຂັ້ນອຸທອນ 22 ເລື່ອງ, ຄະດີຄ້າງມາແຕ່ປີ 2020 ເປັນຂັ້ນຕົ້ນ 51 ເລື່ອງ, ຂັ້ນອຸທອນ 5 ເລື່ອງ, ພິຈາລະນາແກ້ໄຂດ້ວຍຮູບການຕ່າງໆສໍາເລັດ ທັງໝົດ 335 ເລື່ອງ, ເປັນຂັ້ນຕົ້ນ 323 ເລື່ອງ ແລະ ຂັ້ນອຸທອນ 12 ເທົ່າກັບ 73,30%, ຜົນຂອງການແກ້ໄຂທຽບໃສ່ແຜນການ ແລະ ມະຕິທີ່ສະພາຮັບຮອງ ແມ່ນຫຼຸດຄາດໝາຍ 11,7%.

ຜ່ານການ ແກ້ໄຂຄະດີທັງໝົດຄູ່ຄວາມຂໍອຸທອນຈໍານວນ 41 ເລື່ອງ ເທົ່າກັບ 12,16% ຂອງຈໍານວນຄະດີທີ່ຕັດສິນເປັນຂັ້ນຕົ້ນ ແລະ ຂໍ້ລົບລ້າງຈໍານວນ 2 ເລື່ອງ ເທົ່າກັບ 16,16% ຂອງຈໍານວນຄະດີທີ່ແກ້ໄຂເປັນຂັ້ນອຸທອນ.

ຄະດີທີ່ພົ້ນເດັ່ນ ແລະ ເກີດຂື້ນຫຼາຍກວ່າໝູ່ ແມ່ນຄະດີອາຍາ ແລະ ຄະດີເດັກ 363 ເລື່ອງ ແມ່ນເລື່ອງກ່ຽວກັບຢາເສບຕິດ 197 ເລື່ອງ, ຄະດີແພ່ງ 72 ເລື່ອງ ແມ່ນຂໍ້ຄັດແຍ່ງກ່ຽວກັບກໍາມະສິດທີ່ດິນ 20 ເລື່ອງ, ຄະດີການຄ້າ 9 ເລື່ອງ ແມ່ນສັນຍາກູ້ຢືມເງິນ 5 ເລື່ອງ ແລະ ຄະດີຄອບຄົວ 13 ເລື່ອງ ແມ່ນການຂໍຢ່າຮ້າງ 11 ເລື່ອງ.

ສຳລັບປີ 2022 ທ່ານປະທານສານປະຊາຊົນແຂວງ ຍັງໄດ້ລາຍງານຕື່ມອີກວ່າ ຈະສຸມໃສ່ຈັດຕັ້ງປະຕິບັດໃນຫຼາຍວຽກງານ ໂດຍສະເພາະວຽກງານດ້ານການເມືອງ-ແນວຄິດ, ວິຊາສະເພາະ ແລະ ການບໍລິການ, ພິຈາລະນາແກ້ໄຂຄະດີດ້ວຍຄວາມຮັບຜິດຊອບສູງ, ມີຄວາມໂປ່ງໃສ, ຮັບປະກັນຄວາມຍຸຕິທໍາໃຫ້ແກ່ສັງຄົມ ສູ້ຊົນປະຕິບັດໃຫ້ໄດ້ 85% ຂຶ້ນໄປ.

About admins16