ປີ 2021 ສະພາປະຊາຊົນແຂວງ ລົງເຄື່ອນໄຫວ 57 ຈຸດ ແລະ ໄດ້ຮັບ 160 ກ່ວາ ຄໍາສະເໜີຈາກປະຊາຊົນ

ໄລຍະຜ່ານມາຄະນະປະຈຳ, ສະມາຊິກສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ປະຕິບັດຕາມສິດ, ພາລະບົດບາດ ແລະ ໜ້າທີ່ ເຮັດໃຫ້ຫຼາຍວຽກງານໄດ້ຮັບຜົນສຳເລັດ ທ່ານ ນາງ ຟອງສະໝຸດ ພົງວິຈິດ ເລຂາທິການສະພາປະຊາຊົນແຂວງ ໄດ້ລາຍງານການການເຄື່ອນໄຫວວຽກງານ ປະຈຳປີ 2021 ຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 2 ສະພາປະຊາຊົນແຂວງບໍລິຄໍາໄຊຊຸດທີ II ໃນວັນທີ 6 ມັງກອນ 2022.

ໄລຍະຜ່ານມາ ຄະນະປະຈຳ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ, ສະພາປະຊາຊົນແຂວງ ມາເປັນວຽກງານຈຸດສຸມ ເຮັດໃຫ້ຫຼາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດ ເປັນຕົ້ນແມ່ນໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງການທາບທາມ, ປະກອບຄໍາຄິດຄໍາເຫັນເຂົ້າໃນການສ້າງ ແລະ ປັບປຸງຮ່າງກົດໝາຍທີ່ຈະນໍາເຂົ້າພິຈາລະນາ, ຮັບຮອງໃນສະໄໝວິສາມັນເທື່ອທີ່ 1 ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 2 ສະພາແຫ່ງຊາດ ຊຸດທີ IX ປະຕິບັດໄດ້ 16 ສະບັບ, ໃນນັ້ນ ສ້າງໃໝ່ 4 ສະບັບ, ປັບປຸງ 12 ສະບັບ.

ໄດ້ຊຸກຍູ້ອົງການປົກຄອງແຂວງ, ພາກສ່ວນກ່ຽວຂ້ອງ ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ທີ່ມີເນື້ອໃນພົວພັນເຖິງສິດຜົນປະໂຫຍດຂອງລັດ ແລະ ລວມໝູ່ ຫຼື ເນື້ອໃນທີ່ພົວພັນ ແລະ ມີຄວາມສ່ຽງຈະມີຜົນກະທົບຕໍໍ່ສະພາບແວດລ້ອມ ແລະ ສັງຄົມ, ຮັບຮອງເອົາແຜນການ 5 ປີກ່ຽວກັບການສ້າງ ແລະປັບປຸງນິຕິກໍາຂອງແຂວງ 22 ສະບັບ, ໃນນີ້ ນິຕິກໍາສ້າງໃໝ່ 18 ສະບັບ ແລະ ປັບປຸງ 4 ສະບັບ, ຕິດພັນກັບວຽກງານດັັ່ງກ່າວ ຍັງໄດ້ຈັດຕັັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ມາເປັນຂອງແຂວງ ແລະ ຊຸກຍູ້ການຈັດຕັັ້ງປະຕິບັດຢູູ່ຂັັ້ນເມືອງ ແລະ ພະແນກການ.

ພ້ອມນັ້ນ, ໄດ້ລົງພົບປະກັບປະຊາຊົນ ໄດ້ 57 ຈຸດ ເພື່ອໂຄສະນາເຜີຍແຜ່ບັນດານິຕິກໍາ ແລະ ເອກສານສໍາຄັນຕ່າງໆ, ໄດ້ຮັບຄໍາສະເໜີຂອງປະຊາຊົນ ຈໍານວນ 162 ຂໍ້, ໃນນັັ້ນ ບາງຄໍາສະເໜີ ສະມາຊິກສະພາ ໄດ້ອະທິບາຍ, ຊີ້ແຈງໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຈໍານວນໜຶ່ງ, ບາງຄໍາສະເໜີອົງການປົກຄອງເມືອງ ໄດ້ຮັບເອົາ ເພື່ອພິຈາລະນາແກ້ໄຂ ລວມມີ 134 ຂໍໍ້, ຍັງມີບາງຄໍາສະເໜີທີ່ເຫັນວ່າ ມີເຫດມີຜົນທີ່ຈະຕ້ອງໄດ້ພິຈາລະນາ, ແກ້ໄຂໂດຍດ່ວນ ສັງລວມແລ້ວມີ 28 ເລື່ອງ, ເຊິ່ງຄະນະກໍາມະການສະພາປະຊາຊົນແຂວງ ໄດ້ຮ່ວມພະແນກການທີ່ກ່ຽວຂ້ອງ ໄດ້ດໍາເນີນກອງປະຊຸມຄົ້ນຄວ້າ ແລະ ພິຈາລະນາແກ້ໄຂແລ້ວ.

ໄດ້ປະສານສົມທົບກັບສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັັ້ງ ທີ່ປະຈໍາຢູູ່ສູນກາງ ແລະ ທຸກພາກສ່ວນ ເພື່ອລະດົມເຄື່ອງຊ່ວຍເຫຼືອປະເພດຕ່າງໆ ນໍາໄປຊ່ວຍເຫຼືອສັງຄົມ ມູນຄ່າ 81.540.000 ກີບ.

About admins16