ປີ 2021 ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ສາຂາແຂວງບໍລິຄຳໄຊ ສາມາດຂາຍບັດຕື່ມເງິນໄດ້ ເກືອບ 90 ຕື້ກີບ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ສາຂາ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 11 ມີນາ 2022 ຢູ່ຫ້ອງປະຊຸມຂອງຕົນ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ວັດທະນາ ສີສຸວັນທອງ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ທ່ານ ຫົງວິໄລ ຈຸນລະມຸນຕີ ຫົວໜ້າບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ສາຂາ ແຂວງບໍລິຄຳໄຊ, ມີຄະນະພາກສ່ວນ, ຫົວໜ້າໜ່ວຍງານ ແລະ ພະນັກງານວິຊາການພາຍໃນບໍລິສັດ ເຂົ້າຮ່ວມ.

ທ່ານ ຫົງວິໄລ ຈຸນລະມຸນຕີ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່່ອນໄຫວວຽກງານໃນປີ 2021 ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນ ທີ່ລາວໂທລະຄົມສາຂາແຂວງ ສາມາດຍາດແຍ່ງມາໄດ້ໃນໜຶ່ງປີຜ່ານມາ.

ປະຈຸບັນ ມີສະຖານີ 2G ຈໍານວນ 127 ສະຖານີ, 3G ຈໍານວນ 181 ສະຖານີ, 4G ຈໍານວນ 188 ສະຖານີ ເພີ່ມຂຶ້ນ 25 ສະຖານີ, ມີປ່ອງບໍລິການລູກຄ້າ 6 ເມືອງ ຄື: ເມືອງປາກຊັນ, ຄຳເກີດ, ວຽງທອງ, ປາກກະດີງ, ບໍລິຄັນ ແລະ ເມືອງໄຊຈໍາພອນ, ມີຮ້ານຕົວແທນໃຫຍ່ 15 ຮ້ານ, ທີ່ມີການເຄື່ອນໄຫວຊື້ສິນຄ້ານໍາ ລລທ ບໍລິຄໍາໄຊ ເປັນປະຈໍາ, ມີຮ້ານຂາຍຍ່ອຍຈໍານວນ 1.105 ຮ້ານ ໃນທົ່ວແຂວງ, ຂາຍບັດຕື່ມເງິນໄດ້ 89.115.600.000 ກີບ, ເບີເອັມໂຟນ 12.468 ເບີ, ໂທລະສັບວິນໂຟນ 23.820 ໜ່ວຍ, ຊິມເນັດ 39.948 ເບີ ແລະ 705 User, ຂຶ້ນທະບຽນ 3 ແກຼັບ ສຳເລັດ 130.000 ເລກໝາຍ, ຂຶ້ນທະບຽນ M-Money ໄດ້ 2.045 ຍຸດເຊີ່ ແລະ M-money (Merchant) ໄດ້ 244 User.

ເພື່ອເປັນການຍ້ອງຍໍສັນລະເສີນພະນັກງານທີ່ດີເດັ່ນ ໃນການສ້າງຜົນງານໃຫ້ກັບບໍລິສັດ ຈຶ່ງໄດ້ມອບໃບຍ້ອງຍໍຂັ້ນກະຊວງເຕັກໂນໂລຊີ່ ແລະ ການສື່ສານຈຳນວນ 10 ທ່ານ, ໃບຍ້ອງຍໍຂອງບໍລິສັດສາຂາແຂວງບໍລິຄຳໄຊ ປະເພດ 1 ຈຳນວນ 14 ທ່ານ, ໃບຍ້ອງຍໍ ປະເພດ 2 ຈຳນວນ 21 ທ່ານ ແລະ ໃບຊົມເຊີຍຂອງບໍລິສັດ ຈຳນວນ 25 ທ່ານ.

About admins16