ປີ 2021 ບໍລິຄຳໄຊ ມີຜູ້ຕິດເຊື້ອຈາກພະຍາດໂຄວິດ-19 ສະສົມເຖິງ 13 ພັນກວ່າກໍລະນີ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈຳປີ 2021 ແລະ ທິດທາງແຜນການ 2022 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ມັງກອນ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ຫົວໜ້າຄະນະສະເພາະກິດຂັ້ນແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກການ, ຄະນະສະເພາະກິດຂັ້ນແຂວງ, ເມືອງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງບໍລິຄຳໄຊ ໃນໜຶ່ງປີຜ່ານມາ ຄະນະສະເພາະກິດປ້ອງກັນການລະບາດ ຂອງພະຍາດໂຄວິດ-19 ຂັ້ນແຂວງ ໄດ້ເອົາໃຈໃສ່ຕິດຕາມ-ກວດກາ ແລະ ປະເມີນສະພາບຂອງການລະບາດໃນແຕ່ລະໄລຍະ ຂອງບັນດາເມືອງພາຍໃນແຂວງຢ່າງໃກ້ຊິດ ແລະ ຕໍ່ເນື່ອງ.

ການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງບໍລິຄຳໄຊ ໄດ້ເກັບຕົວຢ່າງສົ່ງກວດວິເຄາະ ເພື່ອຊອກຫາເຊື້ອພະຍາດໂຄວິດ-19 ຈາກ 07 ເມືອງ, 01 ໂຮງໝໍແຂວງ ນັບ ແຕ່ວັນທີ 1 ມັງກອນ ປີ 2021 ມາຮອດວັນທີ 31 ທັນວາ ປີ 2021 ຕົວເລກສະສົມ ທັງໝົດ 13,658 ກໍລະນີ 17,471 ຕົວຢ່າງ (ລວມທັງແຮງງານມາຈາກບ່ອນອື່ນ ແລະ ຄົນຕ່າງດ້າວ, ໃນນີ້ບາງກໍລະນີ ໄດ້ເກັບຕົວຢ່າງກວດ 2 ຄັ້ງ ), ສະສົມສະເພາະຄົນແຂວງບໍລິຄຳໄຊ 10,338 ກໍລະນີ 13,309 ຕົວຢ່າງ( ແມ່ນກໍລະນີຄົນພາຍໃນແຂວງບໍລິຄຳໄຊ, ບາງກໍລະນີໄດ້ເກັບຕົວຢ່າງກວດ 3 ຄັ້ງ ) ໄດ້ຮັບຜົນກວດສະເພາະຄົນແຂວງບໍລິຄຳໄຊ ອອກມາເປັນລົບທັງໝົດ 10,110 ກໍລະນີ 13,054 ຕົວຢ່າງ ແລະ ຍັງລໍຜົນກວດ 280 ຕົວຢ່າງ ແລະ ຜູ້ຕິດເຊື້ອພະຍາດໂຄວິດ-19(ຜົນ +) 1,991 ກໍລະນີ ແມ່ນແຮງງານນໍາເຂົ້າ ແລະ ຊຸມຊົນ, ປິ່ນປົວຫາຍດີສະສົມ 1,579 ກໍລະນີ, ຍັງສືບຕໍ່ປິ່ນປົວ 400 ກໍລະນີ ແມ່ນນໍາເຂົ້າ ແລະ ຊຸມຊົນ ໃນນັ້ນເມືອງປາກຊັນ 105 ກໍລະນີ, ປາກກະດິງ 42 ກໍລະນີ, ບໍລິຄັນ 63 ກໍລະນີ, ທ່າພະບາດ 85 ກໍລະນີ, ຄຳເກີດ 54 ກໍລະນີ, ວຽງທອງ 43 ກໍລະນີ ແລະ ໄຊຈຳພອນ 8 ກໍລະນີ.

ທົ່ວແຂວງມີສູນຈຳກັດບໍລິເວນ ທັງໝົດ 23 ສູນ ແລະ ໂຮງແຮມ 06 ແຫ່ງ, ມີສູນປິ່ນປົວພະຍາດໂຄວິດ-19 ຈຳນວນ 09 ສູນ, ມາຮອດວັນທີ 31 ທັນວາ 2021 ມີຜູ້ຕິດເຊື້ອພະຍາດໂຄວິດ-19 (ຜົນ +) 1,991 ກໍລະນີ ແມ່ນແຮງງານນຳເຂົ້າ ແລະ ຊຸມຊົນ, ປິ່ນປົວຫາຍດີ ສະສົມ 1,579 ກໍລະນີ, ຍັງສືບຕໍ່ປິ່ນປົວ 400 ກໍລະນີ ແມ່ນນໍາເຂົ້າ ແລະ ຊຸມຊົນ, ໃນນັ້ນ ເມືອງປາກຊັນ 105 ກໍລະນີ, ປາກກະດິງ 42 ກໍລະນີ, ບໍລິຄັນ 63 ກໍລະນີ, ທ່າພະບາດ 85 ກໍລະນີ, ຄຳເກີດ 54 ກໍລະນີ, ວຽງທອງ 43 ກໍລະນີ ແລະ ໄຊຈຳພອນ 8 ກໍລະນີ, ມີ ບ້ານແດງ ຢູ່ 7 ເມືອງ 113 ບ້ານ.

ປະຈຸບັນ ສາມາດສັກຢາວັກຊິນ ໃຫ້ປະຊາຊົນ ເຂັມ 1 ໄດ້ 183.683 ຄົນ ເທົ່າກັບ 67,3% ທຽບໃສ່ປະຊາກອນຂອງແຂວງ, ເທົ່າກັບ 78,4% ທຽບໃສ່ເປົ້າໝາຍ 12 ປີຂຶ້ນໄປ ສ່ວນ ເຂັມ 2 ໄດ້ 139.311 ຄົນ ເທົ່າກັບ 43,9% ຂອງປະຊາກອນ ແລະ ເທົ່າກັບ 59,5% ທຽບໃສ່ເປົ້າໝາຍ ອາຍຸ 12 ປີຂຶ້ນໄປ, ສໍາລັບ ອາຍຸ 12-17 ປີ ໄດ້ 47,6% ຂອງກຸ່ມເປົ້າໝາຍ.

ສຳລັບທິດທາງແຜນການໃນຕໍ່ໜ້າ ເພີ່ມທະວີການ ນຳພາ-ຊີ້ນຳ ຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ແລະ ເຈົ້າໜ້າທີ່ທຸກພາກສ່ວນ ເຂົ້າຮ່ວມໃນຂະບວນປ້ອງກັນ, ສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ຢ່າງເປັນເຈົ້າການ ແລະ ແຂງແຮງຂຶ້ນກວ່າເກົ່າ, ສືບຕໍ່ບໍລິການໃຫ້ວັກຊີນແກ່ປະຊາກອນໃນກຸ່ມເປົ້າໝາຍປະຊາກອນທົ່ວໄປ ໃນທ້າຍປີ 2022 ໃຫ້ບັນລຸ 70% ຂື້ນໄປ, ສືບຕໍ່ຄົ້ນຫາກຸ່ມສຳພັດກັບກໍລະນີຕິດເຊື້ອ (C1 ແລະ C2 ) ໃຫ້ເຂົ້າສູນກັກກັນ, ສຳລັບຜູ້ຕິດເຊື້ອ ແມ່ນນຳມາເຂົ້າສູນສູນປິ່ນປົວ ແລະ ສະໜອງວັດຖຸອຸປະກອນທາງດ້ານການແພດໃຫ້ພຽງພໍ ເພື່ອສາມາດຮອງຮັບກຸ່ມສໍາພັດທີ່ມາຈາກຕ່າງປະເທດ, ຕ່າງແຂວງ ແລະ ຊຸມຊົນທີ່ມີການຕິດເຊື້ອໃຫ້ໄດ້ໝົດ, ເອົາໃຈໃສ່ສະຫຼຸບ-ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຕ່ລະເມືອງໃຫ້ຄະນະສະເພາະກິດຂັ້ນແຂວງຢ່າງເປັນປົກກະຕິ ພ້ອມທັງຕີລາຄາ, ວິເຄາະ, ວິໃຈເຫດຜົນການຕິດເຊື້ອໃນຊຸມຊົນໃຫ້ຊັດເຈນ ແລະ ຊອກຫາວິທີແກ້ໄຂໃຫ້ທັນກັບສະພາບການ.

About admins16