ປີ 2020 ແຂວງບໍລິຄຳໍາໄຊ ມີການສົ່ງອອກສິນຄ້າ 78 ລ້ານກວ່າໂດລາສະຫະລັດ

ກອງປະຊຸມ ວຽກງານອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ປະຈຳປີ 2020 ແລະ ທິດທາງແຜນການ 2021 ໄດ້ຈັດຂຶ້ນໃນວັນທີ 16 ມີນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເປັນປະທານຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າຂະແໜງການ, ຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງ, ສະມາຄົມນັກທຸລະກິດ ແລະ ພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກ ອຄ ແຂວງ ໄດ້ລາຍງານຕໍ່ກອງປະຊູມວ່າ: ແຂວງບໍລິຄໍາໄຊ ມີໂຮງງານອຸດສາຫະກໍາ ແລະ ຫັດຖະກຳປຸງແຕ່ງທັງໝົດ 2.241 ໂຮງງານ ຊື່ງໃນນັ້ນ ມີໂຮງງານຂະໜາດໃຫຍ່ 49 ໂຮງງານ, ກວມເອົາ 2,18%, ໂຮງງານຂະໜາດກາງ 46 ໂຮງງານ ກວມເອົາ 2,05% ແລະ ໂຮງງານຂະໜາດນ້ອຍ 2.146 ໂຮງງານ ກວມເອົາ 95,76%, ໂຮງງານອຸດສາຫະກຳປຸງແຕ່ງໄມ້ໃນເມື່ອກ່ອນມີ 84 ໂຮງງານ ຜ່ານການດັດສົມມາຮອດປະຈຸບັນຍັງເຫຼືອ 61 ໂຮງງານ, ໃຫ້ສືບຕໍ່ປັບປຸງ 29 ໂຮງງານ, ປັບປຸງສຳເລັດ 22 ໂຮງງານ, ຍົກຍ້າຍ 10 ໂຮງງານ, ບັນດາໂຮງງານໄດ້ນໍາເຂົ້າສີ້ນສ່ວນເຄື່ອງຈັກ, ວັດຖຸດິບ ແລະ ພະຫານະຮັບໃຊ້ໂຮງງານຕ່າງໆ ມູນຄ່າ 6 ລ້ານກ່ວາໂດລາ.

ການເຄື່ອນຍ້າຍສິນຄ້າພາຍໃນປະເທດຈໍານວນໜື່ງ ເປັນຕົ້ນແມ່ນຜະລິດຕະພັນໄມ້ແປຮູບ ບໍລິມາດ 120 ແມັດກ້ອນ ລວມມູນຄ່າ 103 ລ້ານກວ່າກີບ, ມູນຄ່າການສົ່ງອອກ ບັນລຸໄດ້ 78 ລ້ານກວ່າໂດລາ, ເຫັນວ່າເພີ່ມຂື້ນ 100,49%, ມູນຄ່າການນໍາເຂົ້້າ 311 ລ້ານກ່ວາໂດລາ ເພີ່ມຂື້ນ 3%, ມູນຄ່າສິນຄ້າຜ່ານ  ບັນລຸໄດ້ 169 ລ້ານກ່ວາໂດລາ, ກຸ່ມປູກຜັກອິນຊີ ປອດສານພິດ ເອົາຜົນຜະລິດຂອງຕົນ ເຂົ້າມາວາງຂາຍຢູ່ 02 ຈຸດ ຄື: ພະແນກກະສິກໍາ ແລະ ປ່າໄມ້ ແລະ ຕະຫຼາດປາກຊັນ ຈໍານວນ 13 ພັນກິໂລ ຍອດຂາຍໄດ້ 88 ລ້ານກ່ວາກີບ, ຈັດງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ວັນສຳຄັນຂອງຊາດໄດ້ 02 ຄັ້ງ ມີຈໍານວນ 264 ຮ້ານ, ມູນຄ່າເຂົ້າມາວາງຂາຍທັງໝົດ 10 ຕື້ກ່ວາກີບ, ມູນຄ່າຂາຍທັງໝົດ 783 ລ້ານກ່ວາກີບ, ມັນຕົ້ນດິບ ມີຜົນຜະລິດທັງໝົດ 82 ພັນກ່ວາໂຕນ ມີມູນຄ່າລວມທັງໝົດ 46 ຕື້ກ່ວາກີບ.

ສຳລັບທິດທາງແຜນການໃນ 1 ປີ ຕໍ່ໜ້າ ສືບຕໍ່ກວດກາສະພາບການເໜັງຕີງຂອງລາຄາ ແລະ ແນະນຳຜູ້ປະກອບການຕິດປ້າຍລາຄາເປັນເງິນກີບ ຕາມບັນດາຫ້າງຮ້ານ ພາຍໃນເທດສະບານ ເມືອງປາກຊັນ, ລົງກວດກາລາຄາສິນຄ້າຕາມທ້ອງຕະຫຼາດຢ່າງເປັນປົກກະຕິ ອາທິດລະ 3 ຄັ້ງ, ສືບຕໍ່ບໍລິການແຈ້ງຂື້ນ ແລະ ປ່ຽນແປງເນື້ອໃນທະບຽນວິສາຫະກິດ ພ້ອມແນະນຳຜູ້ລົງທືນໄດ້ຮັບຊາບກ່ຽວກັບການຄຸ້ມຄອງຫົວໜ່ວຍວິສາຫະກິດພາຍຫຼັງຂື້ນທະບຽນ, ສູ້ຊົນຂະຫຍາຍຫົວໜ່ວຍວິສາຫະກິດພາຍໃນແຂວງບໍລິຄຳໄຊ ຂະຫຍາຍຕົວເພີ້ມຂື້ນສະເລ່ຍ 10,3%, ສູ້ຊົນມູນຄ່າການຜະລິດ ໃຫ້ໄດ້ 1 ຕື້ກ່ວາກີບ, ສູ້ຊົນໃຫ້ຕົວເລກມູນຄ່າການສົ່ງອອກບັນລຸໄດ້ 57 ລ້ານໂດລາ, ລະດົມຫົວໜ່ວຍທຸລະກິດເຂົ້າຮ່ວມງານວາງສະແດງ ແລະ ຂາຍສິນຄ້າທັງພາຍໃນ ແລະ ຕ່າງປະເທດຕາມການເຊືອເຊີນໃຫ້ໄດ້ 20 ຄັ້ງ.

About admins16