ປີ 2020 ເມືອງທ່າພະບາດ ຈັດເກັບລາຍຮັບເຂົ້າງົບປະມານໄດ້ 4 ຕື້ ກວ່າ ກີບ

  

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ຂອງເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 11 ມີນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງທ່າພະບາດ, ທ່ານ ດວງຕາ ເພຍແກ້ວ ຮອງຫົວໜ້າພະແນກການເງິນແຂວງ ມີຂະແໜງການສາຍຕັ້ງມາຈາກແຂວງ, ຫົວໜ້າຫ້ອງການ, ນາຍບ້ານ-ການເງິນບ້ານ ແລະ ພະນັກງານຜູ້ຊ່ວຍວຽກການເງິນແຕ່ລະຫ້ອງການພາຍໃນເມືອງ ເຂົ້າຮ່ວມ.

ໃນປີ 2020 ເມືອງທ່າພະບາດ ດ້ານລາຍຮັບ ປະຕິບັດໄດ້ທັງໝົດ 4.337.034.221 ກີບ ເທົ່າກັບ 104,31 % ຂອງແຜນການດັດແກ້ປີ, ລື່ນແຜນການປີ 4,31 % ເປັນເງິນ 179.314.221 ກີບ, ໃນນັ້ນ ສ່ວຍສາອາກອນ ປະຕິບັດໄດ້ 3.983.176.905 ກີບ, ເທົ່າກັບ 103,25% ຂອງແຜນການດັດແກ້ປີ, ລື່ນແຜນ 3,25% ເປັນເງິນ 125.456.905 ກີບ ຊັບສີນ ແຜນການປີ 300.000.000 ກີບ ປະຕິບັດໄດ້ 353.857.316 ກີບ, ເທົ່າກັບ 117,95% ຂອງແຜນການດັດແກ້ປີ, ລື່ນແຜນການປີ 17, 95% ເປັນເງິນ 53.857.316 ກີບ.

ທິດທາງແຜນການປີ 2021 ແມ່ນຈະໄດ້ເອົາໃຈໃສ່ຄຸ້ມຄອງຈັດເກັບລາຍຮັບຈາກຖານທີ່ມີຢູ່ແລ້ວ ໃຫ້ຖືກຕ້ອງຄົບຖ້ວນ ຊອກຄົ້ນແຫຼ່ງທືນທີ່ຍັງບົ່ມຊ້ອນລາຍຮັບທີ່ເກີດຂຶ້ນໃໝ່ ແລະ ຖານລາຍຮັບທີ່ເກັບບໍ່ໄດ້ໝົດຜ່ານມາ ໃຫ້ຄົບຖ້ວນຕາມກົດໝາຍ ແລະ ລະບຽບກໍານົດໄວ້, ຫັນການຈັດຕັ້ງງົບປະມານແຫ່ງລັດເປັນລະບົບທັນສະໄໝ ແທັກລິດ(TAXRIS) ແລະ ອາຕິດ (RTIS).

ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນແລກປ່ຽນ ແລະ ປະກອບຄໍາຄິດເຫັນ ໂດຍສະເພາະກ່ຽວກັບບັນຫາທີ່ດິນ, ການເກັບລາຍຮັບເຂົ້າງົບປະມານ ແລະ ບັນຫາອື່ນໆ ໃນຕອນທ້າຍກໍໄດ້ມີພິທີ ມອບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານປະກອບສ່ວນໃນການຈັດເກັບລາຍຮັບເຂົ້າງົບປະມານຂອງເມືອງ ປະຈໍາປີ 2020.

About admin11