ປີ 2020 ບໍລິຄຳໄຊ ຄາດວ່າການຈັດເກັບລາຍຮັບເຂົ້າງົບປະມານ ຈະຫຼຸດແຜນ 9,09%

ການລະບາດພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການເກັບລາຍຮັບເຂົ້າງົບປະມານຂອງແຂວງບໍລິຄຳໄຊ ແລະ ບັນດາແຂວງໃນທົ່ວປະເທດ ທ່ານ ບຸນລ້ຽງ ດວງສະເພົາທອງ ຫົວໜ້າພະແນກການເງິນ ໄດ້ລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2020 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ I ໄດ້ໄຂຂຶ້ນໃນວັນທີ 22 ທັນວາ 2020 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ.

ການຈັດເກັບລາຍຮັບເຂົ້າງົບປະມານງວດ 11 ເດືອນ ປີ 2020 ສາມາດປະຕິບັດໄດ້ທັງໝົດ 481,65 ຕື້ກີບ ເທົ່າກັບ 80,93% ຂອງແຜນການດັດແກ້ ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 28,51% ເປັນເງິນ 192,04 ຕື້ກີບ, ໃນນັ້ນລາຍຮັບພູດສູນກາງ ປະຕິບັດໄດ້ 365,61 ຕື້ກີບ ເທົ່າກັບ 83,23% ຂອງແຜນການດັດແກ້ ທ່ຽບໃສ່ໄລຍະດຽວກັນຫຼຸດລົງ 27,75% ແລະ ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້ 116,04 ຕື້ກີບ ເທົ່າກັບ 74,43% ຂອງແຜນການດັດແກ້, ຫຼຸດລົງ 30,79%. ຄາດຄະເນວ່າໝົດປີ 2020 ແຂວງບໍລິຄຳໄຊຈະສາມາດເກັບລາຍຮັບໄດ້ທັງໝົດ 541,10 ຕື້ກີບ ເທົ່າກັບ 90,91% ຂອງແຜນການດັດແກ້ ຫຼຸດແຜນການປີ 9,09% ເປັນເງິນ 54,07 ຕື້ກີບ. ການຈັດເກັບລາຍຮັບບໍ່ໄດ້ຕາມເປົ້າໝາຍທີກຳນົດໄວ້ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການນຳເຂົ້າ-ສົ່ງອອກສິນຄ້າ ເປັນຕົ້ນແມ່ນນ້ຳມັນເຊື້ອໄຟ, ພາຫະນະ, ອາໄຫຼ່, ເຄື່ອ່ງໃຊ້ໄຟຟ້າ, ສິນຄ້າອຸປະໂພກ-ບໍລິໂພກ ແລະ ອື່ນໆ ມີລັກສະນະຫຼຸດລົງ.

ສຳລັບປີ 2021 ທ່ານຫົວໜ້າພະແນກການເງິນ ຍັງໄດ້ລາຍງານຕື່ມອີກວ່າ: ຄາດໝາຍສູ້ຊົນດ້ານລາຍຮັບໃຫ້ໄດ້ 901,12 ຕື້ກີບ, ທຽບໃສ່ແຜນດັດແກ້ປີ 2020 ເພີ່ມຂຶ້ນ 51,40% ເປັນເງິນ 305,93 ຕື້ກີບ ໃນນັ້ນລາຍຮັບພູດສູນກາງ 700,32 ຕື້ກີບ ແລະ ພູດທ້ອງຖິ່ນ 200,80 ຕື້ກີບ.

About admins14